ທ່ານນາງລັດຖະມົນຕີ Mary Ng ໃຫ້ຮູ້ວ່າ, ຄະນະຜູ້ແທນການຄ້າການາດາ ມາຢ້ຽມຢາມ ຫວຽດນາມຄັ້ງນີ້ ມີ 250 ກວ່າຄົນ, ໃນນັ້ນ ມີຜູ້ຕາງໜ້າ 200 ວິສາຫະກິດແຖວໜ້າຂອງການາດາ, ສະແດງໃຫ້ເຫັນຄວາມເອົາໃຈໃສ່ ແລະຄໍາໝັ້ນສັນຍາຂອງວິສາຫະກິດໃນການຊອກຫາ, ສືບຕໍ່ສົ່ງເສີມການລົງທຶນຢູ່ ຫວຽດນາມ.

leftcenterrightdel
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕ້ອນຮັບທ່ານນາງ Mary Ng. ພາບ: ສໍານັກຂ່າວສານຫວຽດນາມ

ເມື່ອແຈ້ງກ່ຽວກັບສະພາບການຢູ່ຫວຽດນາມ ແລະແນວທາງການຕ່າງປະເທດຂອງຫວຽດນາມ, ທ່ານນາຍົກລັດຖະມົນຕີ ຟ້າມິງຈິງ ຫວັງວ່າ ການາດາ ສືບຕໍ່ຮ່ວມມືພ້ອມກັບຫວຽດນາມ ແກ້ໄຂບັນດາສິ່ງທ້າທາຍເພື່ອຜົນປະໂຫຍດຂອງ 2 ປະເທດ, ປະຊາຊົນ 2 ປະເທດ ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາໃນພາກພື້ນ ແລະໂລກ; ສະເໜີສອງຝ່າຍສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ເພື່ອຊຸກຍູ້ການແລກປ່ຽນການຢ້ຽມຢາມຂັ້ນສູງ ແລະທຸກຂັ້ນ; ຂຸດຄົ້ນກົນໄກຮ່ວມມືເກົ່າໃຫ້ຫຼາຍທີ່ສຸດ ແລະຄົ້ນຄວ້າສ້າງກົນໄກຮ່ວມມືໃໝ່ ເພື່ອຊຸກຍູ້ການຮ່ວມມືໃນທຸກຂົງເຂດການຄ້າ, ການລົງທຶນ, ການຫັນປ່ຽນສີຂຽວ, ການຫັນເປັນດີຈີຕອນ, ອຸດສາຫະກຳເຕັກໂນໂລຊີສູງ, ອຸດສາຫະກຳປຸງແຕ່ງ, ການຜະລິດ, ຕ້ານການປ່ຽນແປງຂອງດິນຟ້າອາກາດ, ພະລັງງານ, ວິທະຍາສາດ-ເຕັກໂນໂລຊີ, ການສຶກສາ - ບໍາລຸງສ້າງ...

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢືນຢັນວ່າ ຫວຽດນາມ ສະໜັບສະໜູນ ແລະພ້ອມແລ້ວທີ່ຈະແບ່ງປັນ ເພື່ອໃຫ້ ການາດາ ເສີມຂະຫຍາຍບົດບາດເປັນປະທານໝູນວຽນ CPTPP ໃນປີ 2024; ຊຸກຍູ້ການເຈລະຈາສັນຍາການຄ້າເສລີອາຊຽນ-ການາດາ; ພ້ອມແລ້ວທີ່ຈະເປັນຂົວຕໍ່ ເພື່ອໃຫ້ການາດາ ສົ່ງສິນຄ້າເຂົ້າອາຊຽນ; ປາດຖະໜາວ່າ 2 ຝ່າຍຈະສືບຕໍ່ເສີມຂະຫຍາຍ ແລະນຳໃຊ້ບັນດາກົນໄກຮ່ວມມືຢ່າງມີປະສິດທິຜົນໃນຂອບ CPTPP ກໍ່ຄືບັນດາກົນໄກທີ່ໄດ້ເຫັນດີເປັນເອກະພາບ ເພື່ອຊຸກຍູ້ການລົງທຶນການຄ້າ, ເປີດຕະຫຼາດ, ສ້າງເງື່ອນໄຂໃຫ້ບັນດາສິນຄ້າສົ່ງອອກຂອງຫວຽດນາມ ເຂົ້າຕະຫຼາດຢູ່ການາດາ...

ໃນການປຶກສາຫາລືບັນດາບັນຫາສາກົນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຮຽກຮ້ອງ ການາດາ ສະໜັບສະໜູນຫຼັກໝັ້ນ, ທັດສະນະຂອງອາຊຽນ ແລະຫວຽດນາມ ກ່ຽວກັບບັນຫາທະເລຕາເວັນອອກ, ໃນນັ້ນມີການຮັບປະກັນຄວາມປອດໄພ, ຄວາມເສລີໃນການເດີນທະເລ, ການປິນ; ແກ້ໄຂການຂັດແຍ່ງກັນໂດຍສັນຕິວິທີ, ເຄົາລົບກົດໝາຍສາກົນ, ໂດຍສະເພາະແມ່ນສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS); ສະໜັບສະໜູນບັນດາຄວາມມານະພະຍາຍາມປະຕິບັດຖະແຫຼງການ DOC ຢ່າງມີປະສິດທິຜົນ  ແລະສ້າງກົດແຫ່ງການປະພຶດໃນທະເລຕາເວັນອອກ COC.

ໂດຍ: ໄຊນີດາ