leftcenterrightdel
ທ່ານປະທານສະພາແຫ່ງຊາດແຝງລັງ Jussi Halla-aho ແລະທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫວະ. ພາບ:​ສໍານັກຂ່າວສານຫວຽດນາມ

ນີ້ແມ່ນການຢ້ຽມຢາມຄັ້ງທຳອິດ ຂອງທ່ານປະທານສະພາແຫ່ງຊາດ Jussi Halla-aho ຢູ່ນອກພາກພື້ນເອີລົບ, ນັບແຕ່ທ່ານຮັບດຳລົງຕຳແໜ່ງ (ເດືອນມິຖຸນາ 2023) ແລະ ພຽງແຕ່ມາຢ້ຽມຢາມຫວຽດນາມ, ບໍ່ສົມທົບກັບການຢ້ຽມຢາມປະເທດອື່ນ. ສິ່ງດັ່ງກ່າວສະແດງໃຫ້ເຫັນທີ່ຕັ້ງພິເສດຂອງ ຫວຽດນາມ ໃນນະໂຍບາຍການຕ່າງປະເທດຂອງແຝງລັງ, ກໍຄືສາຍພົວພັນມິດຕະພາບອັນດີງາມລະຫວ່າງສອງອົງການນິຕິບັນຍັດຂອງສອງປະເທດ. ພ້ອມກັນນັ້ນ, ການຢ້ຽມຢາມກໍ່ແມ່ນການເຄື່ອນໄຫວພົບປະແລກປ່ຽນຄະນະຜູ້ແທນຂັ້ນສູງ ເພື່ອຂ່ຳນັບຊົມເຊີຍພິທີສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ແຝງລັງ (1973 – 2023).

ແຫຼ່ງຄັດຈາກ: vovworld.vn