leftcenterrightdel
ທ່ານນາງ ເລທິທູຮັ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຕ້ອນຮັບທ່ານ Philip Barton ຮອງລັດຖະມົນຕີຜູ້ປະຈໍາການກະຊວງການຕ່າງປະເທດ ແລະຮ່ວມມືພັດທະນາ ແຫ່ງລາຊະອານາຈັກ ອັງກິດ. ພາບ: ກະຊວງການຕ່າງປະເທດ.

ສ່ວນທ່ານຮອງລັດຖະມົນຕີ Philip Barton ຢັ້ງຢືນວ່າ ອັງກິດຖືເປັນສໍາຄັນ ໃນການເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດກັບຫວຽດນາມ ໃນນະໂຍບາຍຂອງຕົນ ຢູ່ພາກພື້ນອາຊີ-ປາຊີຟິກ; ພ້ອມທັງເນັ້ນໜັກວ່າ ອັງກິດ ຈະສືບຕໍ່ຮ່ວມເດີນທາງ ແລະໜູນຊ່ວຍຫວຽດນາມ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ພັດທະນາເສດຖະກິດແບບຍືນຍົງ, ປົກປັກຮັກສາຊີວະນາໆພັນຢູ່ເຂດແມ່ນໍ້າຂອງ... ສອງຝ່າຍເຫັນດີເປັນເອກະພາບສົມທົບກັນຢ່າງແໜ້ນແຟ້ນ, ໝູນໃຊ້ຜົນປະໂຫຍດ ທີ່ສັນຍາການຄ້າເສລີ ຫວຽດນາມ-ອັງກິດ (UKVFTA) ນໍາມາໃຫ້ຢ່າງມີປະສິດທິຜົນ; ເພີ່ມທະວີການສົມທົບກັນ, ສະໜັບສະໜູນເຊິ່ງກັນ ແລະກັນຢູ່ອົງການຈັດຕັ້ງ, ເວທີປາໄສພາກພື້ນ ແລະສາກົນ...

ເມື່ອແລກປ່ຽນກ່ຽວກັບບັນດາບັນຫາສາກົນ ແລະພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ທ່ານຮອງລັດຖະມົນຕີ Philip Barton ໄດ້ຢັ້ງຢືນເຖິງຄວາມສໍາຄັນຂອງການຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພ, ຄວາມເສລີໃນການເດີນທະເລ, ການບິນ, ເຄົາລົບກົດໝາຍສາກົນ, ລວມມີ ສົນທິສັນຍາຂອງສະຫະປະຊາຊາດ ກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ປີ 1982, ຢູ່ເຂດທະເລ ແລະມະຫາສະໝຸດທັງໝົດ, ໃນນັ້ນມີ ທະເລຕາເວັນອອກ ແລະທະເລແດງ.

ໂດຍ: ໄຊຊະນະ