leftcenterrightdel
ທ່ານ ເຈິ່ນລືວກວາງ ຮອງນາຍົກລັດຖະມົນຕີຫວຽດນາມ ແລະທ່ານ Yamada Junichi ຮອງປະທານບໍລິຫານຂັ້ນສູງອົງການຮ່ວມມືສາກົນຍີ່ປຸ່ນ (JICA). ພາບ: ສຳນັກຂ່າວສານຫວຽດນາມ.

ທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລືວກວາງ ໄດ້ແຈ້ງໃຫ້ທ່ານຮອງປະທານ JICA ຮັບຊາບກ່ຽວກັບກົນໄກຄຸ້ມຄອງງົບປະມານແຫ່ງຊາດ ກໍ່ຄື ຄວາມມານະພະຍາຍາມຫວ່າງມໍ່ໆມານີ້ຂອງຫວຽດນາມ ໃນການແກ້ໄຂຄວາມຫຍຸ້ງຍາກ,  ຂໍ້ຕິດຂັດ, ຍູ້ແຮງຄວາມຄືບໜ້າຂອງໂຄງການນຳໃຊ້ທຶນ ODA ຂອງຍີ່ປຸ່ນ.

ທີ່ການຕ້ອນຮັບ, ທ່ານຮອງປະທານ JICA Yamada Junichi ຢັ້ງຢືນວ່າ ພ້ອມແລ້ວທີ່ຈະປຶກສາຫາລືກັບຫວຽດນາມ ກ່ຽວກັບການຜັນຂະຫຍາຍ 11 ໂຄງການພັດທະນາພື້ນຖານໂຄງລ່າງຂອງທ້ອງຖິ່ນຕ່າງໆ, ໃນນັ້ນມີການພິຈາລະນາຄວາມເປັນໄປໄດ້ຂອງໂຄງການເຫຼົ່ານີ້ ອາດຈະປະມູນຢູ່ພາຍໃນປະເທດແທນການໃຫ້ສາກົນຍາດຊິງກັນປະມູນເພື່ອແນໃສ່ຫຍໍ້ເວລາໃນການກະກຽມການລົງທຶນ; ສະເໜີໃຫ້ຫວຽດນາມ ສ້າງກອບນິຕິກຳສະເພາະ ສໍາລັບບ້ວງເງິນກູ້ຢືມເພີ່ມຕື່ມທີ່ຢູ່ນອກແຜນງົບປະມານໄລຍະກາງຈາກ JICA ກໍ່ຄື ນັກອຸປະຖໍາອື່ນ, ຄື: ທະນາຄານໂລກ, ທະນາຄານພັດທະນາອາຊີ...

leftcenterrightdel
ທ່ານ ເຈິ່ນລືວກວາງ ຮອງນາຍົກລັດຖະມົນຕີຫວຽດນາມ ຕ້ອນຮັບທ່ານ Yamada Junichi ຮອງປະທານບໍລິຫານຂັ້ນສູງອົງການຮ່ວມມືສາກົນຍີ່ປຸ່ນ (JICA). ພາບ: ສຳນັກຂ່າວສານຫວຽດນາມ.

ຊົມເຊີຍຂໍ້ສະເໜີຂອງ JICA, ທ່ານຮອງນາຍົກລັດຖະມົນຕີ ສະເໜີໃຫ້ສອງຝ່າຍຄິດໄລ່ຊັ່ງຊາ, ປຶກສາຫາລືກ່ຽວກັບອັດຕາດອກເບ້ຍ ແລະແຕ່ລະໂຄງການຢ່າງລະອຽດເພື່ອໃຫ້ມີຄວາມເໝາະສົມທີ່ສຸດ. ສອງຝ່າຍລ້ວນແຕ່ຢັ້ງຢືນວ່າຈະສົມທົບກັນຢ່າງແໜ້ນແຟ້ນໃນການແກ້ໄຂຄວາມຫຍຸ້ງຍາກ, ສິ່ງກີດຂວາງຂອງແຕ່ລະໂຄງການ, ໃນນັ້ນມີດ້ານພາສີອາກອນໃຫ້ແກ່ຜູ້ຮັບເໝົາຍີ່ປຸ່ນ ເມື່ອປະຕິບັດບັນດາໂຄງການ ODA, ເພື່ອຊຸກຍູ້ຄວາມຄືບໜ້າບາງໂຄງການທີ່ຍັງຊັກຊ້າ, ເປັນຕົ້ນແມ່ນໂຄງການກໍ່ສ້າງໂຮງໝໍ ເຈິ້ໄຣ ຮາກຖານ 2 ແລະໂຄງການກໍ່ສ້າງມະຫາວິທະຍາໄລ ຫວຽດນາມ-ຍີ່ປຸ່ນ.

ໂດຍ: ເຈິ່ນຮວ່ຽນ