leftcenterrightdel
ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ທີ່ການໂອ້ລົມທາງໂທລະສັບ. ພາບ: ສໍານັກຂ່າວສານຫວຽດນາມ.

ໃນການໂອ້ລົມທາງໂທລະສັບ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຊົມເຊີຍທ່ານປະທານາທິບໍດີ Vladimir Putin ທີ່ໄດ້ຮັບຄວາມໄວ້ວາງໃຈຈາກປະຊາຊົນສະຫະພັນລັດເຊຍ ໄດ້ຮັບການເລືອກຕັ້ງເປັນປະທານາທິບໍດີສະຫະພັນລັດເຊຍ ຕື່ມອີກ ອາຍຸການ ໜຶ່ງ  2024-2030 ດ້ວຍຄະແນນສຽງສູງສຸດໃນປະຫວັດສາດທີ່ທັນສະໄໝຂອງສະຫະພັນລັດເຊຍ, ໄດ້ສະແດງໃຫ້ເຫັນຄວາມໄວ້ເນື້ອເຊື່ອໃຈ ແລະການສະໜັບສະໜູນຂອງປະຊາຊົນສະຫະພັນລັດເຊຍ ທີ່ມີຕໍ່ທ່ານປະທານາທິບໍດີ Vladimir Putin ໃນການນຳພາປະເທດລັດເຊຍ ພັດທະນາໃນໄລຍະໃໝ່. ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ກໍ່ໄດ້ສົ່ງຄຳຢ້ຽມຢາມຖາມຂ່າວ ແລະຄຳແບ່ງເບົາຄວາມເສົ້າສະຫຼົດໃຈ ຢ່າງເລິກເຊິ່ງເຖິງທ່ານປະທານາທິບໍດີ Vladimir Putin, ປະຊາຊົນສະຫະພັນ ລັດເຊຍ ແລະຍາດຕິພີ່ນ້ອງຂອງຜູ້ປະສົບເຄາະຮ້າຍຈາກການກໍ່ການຮ້າຍຢູ່ ມົດສະກູ ໃນວັນທີ 22 ມີນາ ຜ່ານມາ.

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຢັ້ງຢືນວ່າ ຫວຽດນາມ ຂອບໃຈຕໍ່ການຊ່ວຍເຫຼືອອັນໃຫຍ່ຫຼວງຂອງໂຊວຽດ ໃນເມື່ອກ່ອນ ແລະສະຫະພັນລັດເຊຍ ໃນປະຈຸບັນສຳລັບປະເທດ ແລະປະຊາຊົນຫວຽດນາມ; ເນັ້ນໜັກວ່າ ຫວຽດນາມ ກຳນົດການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບສະຫະພັນລັດເຊຍ ແມ່ນໜຶ່ງໃນບັນດາບຸລິມະສິດແຖວໜ້າໃນນະໂຍບາຍການພົວພັນຕ່າງປະເທດຂອງຕົນ.

leftcenterrightdel
ບັນຍາກາດທີ່ການໂອ້ລົມທາງໂທລະສັບ. ພາບ: ສໍານັກຂ່າວສານຫວຽດນາມ.

ສ່ວນທ່ານປະທານາທິບໍດີ Vladimir Putin ໄດ້ຂອບອົກຂອບໃຈຄໍາຊົມເຊີຍທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແລະການຢ້ຽມຢາມຖາມຂ່າວ, ການແບ່ງປັນຢ່າງທັນການຂອງພັກ, ລັດ ແລະປະຊາຊົນຫວຽດນາມ  ຕໍ່ຄວາມເສຍຫາຍຂອງປະຊາຊົນສະຫະພັນລັດເຊຍ ໃນການກໍ່ການຮ້າຍວັນທີ 22 ມີນາ ຜ່ານມາ. ພ້ອມທັງຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ເປັນເພື່ອນມິດ, ເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈຂອງສະຫະພັນລັດເຊຍ, ທ່ານປະທານາທິບໍດີ Vladimir Putin ສະແດງຄວາມປິຕິຊົມຊື່ນຕໍ່ການພັດທະນາຢ່າງຕັ້ງໜ້າຂອງການພົວພັນສອງຝ່າຍໃນທຸກຂົງເຂດ. ການນຳສອງທ່ານ ໄດ້ແລກປ່ຽນ ແລະເຫັນດີເປັນເອກະພາບກ່ຽວກັບຫຼາຍທິດທາງໃຫຍ່ເພື່ອແນໃສ່ຊຸກຍູ້ການຮ່ວມມືສອງຝ່າຍໃນໄລຍະຈະມາເຖິງໃນຂົງເຂດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ເສດຖະກິດ-ການຄ້າ, ວັດທະນະທໍາ ແລະທ່ອງທ່ຽວ...

ເນື່ອງໃນໂອກາດນີ້, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ເຊື້ອເຊີນທ່ານປະທານາທິບໍດີ Vladimir Putin ມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການໂດຍໄວ. ທ່ານປະທານາທິບໍດີ Vladimir Putin ຕອບຮັບຄຳເຊີນດ້ວຍຄວາມປິຕິຍິນດີແລະເຫັນດີເປັນເອກະພາບນຳກັນວ່າ ສອງຝ່າຍຈະສົມທົບກັນຈັດແບ່ງເວລາໃຫ້ເໝາະສົມ.

ໂດຍ: ເຈິ່ນຮວ່ຽນ