ທ່ານນາງ ເຈືອງທິມາຍ ເນັ້ນໜັກວ່າ: ພັກ, ລັດ ແລະປະຊາຊົນ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນຕໍ່ການພົວພັນຮ່ວມມືມິດຕະພາບທີ່ເປັນມູນເຊື້ອກັບພັກ, ລັດຖະບານ ແລະປະຊາຊົນ ສປປ ເກົາຫຼີ, ຍາມໃດກໍ່ຈົດຈຳ ແລະເຄົາລົບນັບຖືຕໍ່ການສະໜັບສະໜູນ, ຄວາມສາມັກຄີຂອງ ສປປ ເກົາຫຼີ ຕໍ່ພາລະກິດປົດປ່ອຍ ແລະສ້າງສາປະເທດຊາດຂອງຫວຽດນາມ. ຕີລາຄາສູງໝາກຜົນການພົບປະເຈລະຈາລະຫວ່າງທ່ານ Kim Song Nam ແລະທ່ານ ເລຮ່ວາຍຈູງ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ, ທ່ານນາງ ເຈືອງທິມາຍ ໄດ້ແລກປ່ຽນບາງທິດທາງການຮ່ວມມືໃນໄລຍະຈະມາເຖິງ, ໃນນັ້ນ ສະເໜີໃຫ້ສືບຕໍ່ເສີມຂະຫຍາຍບົດບາດເປັນເສນາທິການຂອງສອງຄະນະພົວພັນຕ່າງປະເທດ/ຄະນະສາກົນ ຂອງສອງພັກໃນການຊຸກຍູ້ການພົວພັນລະຫວ່າງສອງພັກ, ສອງລັດ.

leftcenterrightdel
ທ່ານນາງ ເຈືອງທິມາຍ ຕ້ອນຮັບທ່ານ Kim Song Nam. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານ Kim Song Nam ສະແດງຄວາມປິຕິຊົມຊື່ນທີ່ໄດ້ມາຢ້ຽມຢາມຫວຽດນາມ ແລະໄດ້ເຫັນປະຈັກຕາຜົນງານອັນໃຫຍ່ຫຼວງໃນການພັດທະນາເສດຖະກິດ-ສັງຄົມ ຂອງຫວຽດນາມ ພາຍໃຕ້ການຊີ້ນຳຂອງພັກກອມມູນິດຫວຽດນາມ ນໍາໂດຍທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ. ທ່ານ Kim Song Nam ຢືນຢັນວ່າ ພັກ ແລະລັດຖະບານ ສປປ ເກົາຫຼີ ຍາມໃດກໍ່ຖືເປັນສຳຄັນ ແລະປາດຖະໜາຢາກພັດທະນາການພົວພັນມິດຕະພາບທີ່ເປັນມູນເຊື້ອກັບຫວຽດນາມ ໂດຍປະທານ ໂຮ່ຈີມິນ ແລະ ປະທານ Kim Il Sung ແລະການນຳສອງປະເທດໄດສ້າງຕັ້ງຂຶ້ນ; ພ້ອມແລ້ວທີ່ຈະພ້ອມກັບຫວຽດນາມ ປະຕິບັດຄວາມຮັບຮູ້ລວມທີ່ບັນລຸໄດ້ລະຫວ່າງການນຳຂັ້ນສູງຂອງສອງພັກ, ສອງລັດ.

ໂດຍ: ຈາງຫງວຽນ