ເປີດສາກວາລະປະຊຸມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິ໊ງ ຢັ້ງຢືນວ່າ ການລົງທຶນສ້າງລະບອບລະບຽບການແມ່ນການລົງທຶນພັດທະນາ. ນັບແຕ່ຕົ້ນອາຍຸການມາຮອດປັດຈຸບັນ, ລັດຖະບານ ໄດ້ຈັດ 24 ວາລະປະຊຸມຫົວເລື່ອງກ່ຽວກັບການສ້າງກົດໝາຍ. ນັບແຕ່ຕົ້ນປີ, ລັດຖະບານ ໄດ້ຈັດ 2 ວາລະປະຊຸມຫົວເລື່ອງສະເພາະ, ພິຈາລະຈາ, ປະກອບຄຳເຫັນໃສ່ຮ່າງກົດໝາຍ, ລັດຖະບັນຍັດ, ມະຕິ 14 ສະບັບ. ວຽກງານສ້າງ, ປະກາດໃຊ້ກົດໝາຍນັບມື້ນັບໄດ້ຮັບການປະຕິບັດຢ່າງມີແບບມີແຜນ, ມີວິທະຍາສາດ, ເປັນມືອາຊີບ, ມີການປ່ຽນແປງໃໝ່ ແລະມີປະສິດທິຜົນກວ່າເກົ່າ. ທ່ານນາຍົກລັດຖະມົນຕີ ຮຽກຮ້ອງວ່າ ໄປຄຽງຄູ່ກັບການກໍ່ສ້າງກົດໝາຍ, ບັນດາກະຊວງ, ຂະແໜງການຕ້ອງສຸມໃສ່ກໍ່ສ້າງບັນດາດຳລັດ, ຈົດໝາຍທາງລັດຖະການ ເພື່ອຫັນເນື້ອໃນກົດໝາຍເປັນລະອຽດ.

leftcenterrightdel
ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິ໊ງ ເປັນປະທານກອງປະຊຸມ. ພາບ: baochinhphu.vn

ໃນວາລະປະຊຸມ, ລັດຖະບານໄດ້ປຶກສາຫາລືກ່ຽວກັບຮ່າງກົດໝາຍຫຼາຍສະບັບ, ໃນນັ້ນ ມີຮ່າງກົດໝາຍວ່າດ້ວຍການວາງແຜນຜັງຕົວເມືອງ ແລະຊົນນະບົດ; ຮ່າງກົດໝາຍວ່າດ້ວຍທໍລະນີສາດ ແລະບໍ່ແຮ່; ສະເໜີສ້າງຮ່າງກົດໝາຍວ່າດ້ວຍການປັບປຸງ, ເພີ່ມເຕີ່ມກົດໝາຍວ່າດ້ວຍການຄຸ້ມຄອງ, ນຳໃຊ້ງົບປະມານແຫ່ງລັດເຂົ້າໃນການຜະລິດດຳເນີນທຸລະກິດຢູ່ວິສາຫະກິດ (ສະບັບປັບປຸງ).

ໂດຍ: ກວຽດເຕິມ