ທີ່ການຕ້ອນຮັບ, ສອງຝ່າຍເຫັນດີເປັນເອກະພາບຕີລາຄາວ່າ, ໃນໄລຍະຜ່ານມາ, ອົງການທີ່ກ່ຽວຂ້ອງຂອງສອງປະເທດ ຫວຽດນາມ ແລະອາເມລິກາ ໄດ້ຈັດຕັ້ງຫຼາຍວາລະປຶກສາຫາລື, ສຸມໃສ່ເນື້ອໃນຊຸກຍຸ້ການຮ່ວມມືດ້ານຄວາມໝັ້ນຄົງທາງໄຊເບີ; ຊຸກຍູ້ການລົງນາມບັນດາເອກະສານກ່ຽວກັບຄວາມໝັ້ນຄົງທາງເຊເບີລະຫວ່າງກະຊວງຕໍາຫຼວດຫວຽດນາມ ແລະອົງການທີ່ກ່ຽວຂ້ອງສະພາຄວາມໝັ້ນຄົງແຫ່ງຊາດ ອາເມລິກາ ກໍຄື ສະພາທຸລະກິດ ອາເມລິກາ-ອາຊຽນ.

leftcenterrightdel
ທ່ານລັດຖະມົນຕີ ໂຕເລິມ ແລະ ທ່ານ ສຈ Thomas J. Vallely. ພາບ: ໜັງສືພິມຕໍາຫຼວດປະຊາຊົນ.

ທ່ານລັດຖະມົນຕີ ໂຕເລິມ ຢັ້ງຢືນວ່າ, ດ້ວຍຈຸດປະສົງແກ້ໄຂບັນດາສິ່ງທ້າທາຍກ່ຽວກັບການບໍາລຸງສ້າງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ ກໍຄື  ບັນຫານະໂຍບາຍ, ສ້າງຂອບນິຕິກໍາໃນຂົງເຂດຄວາມໝັ້ນຄົງທາງໄຊເບີ ແລະເຕັກໂນໂລຊີໃໝ່, ກະຊວງຕໍາຫຼວດຫວຽດນາມ ເອົາໃຈໃສ່ທີ່ສຸດເຖິງບັນດາໂຄງການຮ່ວມມື, ແລກປ່ຽນວິຊາສະເພາະກັບບັນດາສະຖາບັນ, ສູນຄົ້ນຄວ້າຂອງມະຫາວິທະຍາໄລ Harvard.

ສ່ວນທ່ານ ສຈ Thomas J. Vallely ສະແດງຄວາມປິຕິຊົມຊື່ນເມື່ອເຫັນວ່າ ຫວຽດນາມ ແລະອາເມລິກາ ໄດ້ມີປະສົບການທີ່ດີໃນການຮ່ວມມືຕໍ່ສູ້ຕ້ານ, ສະກັດກັ້ນອາດຊະຍາກໍາທາງໄຊເບີ, ພ້ອມທັງອວຍພອນໃຫ້ການພົວພັນຮ່ວມມືນີ້ໃນໄລຍະຈະມາເຖິງ ຈະນັບມື້ນັບພັດທະນາກວ່າອີກ.

ໂດຍ: ໄຊຊະນະ