ທີ່ການຕ້ອນຮັບ, ທ່ານນາງ Sue Lines ສະແດງຄວາມປິຕິຊົມຊື່ນ ແລະຕີລາຄາສູງຕໍ່ເລື່ອງສອງປະເທດຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານໃນການຢ້ຽມຢາມອົດສະຕາລີ ຢ່າງເປັນທາງການ ເມື່ອເດືອນມີນາ 2024 ຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈີ໊ງ; ພ້ອມທັງພາກພູມໃຈຕໍ່ການພັດທະນາຢ່າງແຮງ, ຄວາມໄວ້ເນື້ອເຊື່ອໃຈໃນການພົວພັນມິດຕະພາບ ແລະການຮ່ວມມືລະຫວ່າງອົດສະຕາລີ-ຫວຽດນາມ.

leftcenterrightdel
ທ່ານ ຟ້າມຮຸ່ງເຕິມ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ອົດສະຕາລີ ເຂົ້າຢ້ຽມຂໍ່ານັບທ່ານນາງ Sue Lines ປະທານສະພາສູງອົດສະຕາລີ. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານນາງ Sue Lines ເຊື່ອໝັ້ນວ່າ ການພົວພັນສອງປະເທດຈະສືບຕໍ່ພັດທະນາຢ່າງຮອບດ້ານ ແລະເລິກເຊິ່ງ, ໃນນັ້ນມີການຮ່ວມມືດ້ານການທູດລັດຖະສະພາ ແລະການພົບປະແລກປ່ຽນປະຊາຊົນ; ກໍ່ຄືຄອຍຖ້າບາດກ້າວບຸກທະລຸໃນການຮ່ວມມືດ້ານເສດຖະກິດ, ການຄ້າ, ວິທະຍາສາດເຕັກໂນໂລຊີ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະການຫັນປ່ຽນພະລັງງານລະຫວ່າງສອງປະເທດ.

ເນື່ອງໃນໂອກາດນີ້, ທ່ານນາງ Sue Lines ໄດ້ຊົມເຊີຍທ່ານເອກອັກຄະລັດຖະທູດ ຟ້າມຮຸ່ງເຕິມ ມາຮັບໜ້າທີ່ຢູ່ ອົດສະຕາລີ ແລະໃຫ້ຮູ້ພ້ອມແລ້ວທີ່ຈະໜູນຊ່ວຍທ່ານເອກອັກຄະລັດຖະທູດ ເປີດກວ້າງການພົວພັນຮ່ວມມື ອົດສະຕາລີ-ຫວຽດນາມ ໃນອາຍຸການປະຕິບັດງານຢູ່ອົດສະຕາລີ.

ສ່ວນທ່ານເອກອັກຄະລັດຖະທູດ ຟ້າມຮຸ່ງເຕິມ ສະແດງຄວາມປິຕິຊົມຊື່ນຕໍ່ການພັດທະນາອັນດີງາມໃນການພົວພັນຮ່ວມມືລະຫວ່າງສະພາແຫ່ງຊາດສອງປະເທດ, ເປັນຕົ້ນແມ່ນການແລກປ່ຽນການຢ້ຽມຢາມຂັ້ນສູງ; ຢັ້ງຢືນຈະມານະພະຍາຍາມປະກອບສ່ວນຜັນຂະຫຍາຍໝາກຜົນທີ່ບັນລຸໄດ້ໃນການຢ້ຽມຢາມອົດສະຕາລີຂອງທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ (ເດືອນພະຈິກ 2022); ປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ການພັດທະນາຂອງສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານທີ່ຫາກໍ່ສ້າງຕັ້ງ; ປະກອບສ່ວນເຮັດໃຫ້ບັນດາຂົງເຂດຮ່ວມມືທີ່ສອງຝ່າຍມີຄວາມສົນໃຈເລິກເຊິ່ງກວ່າອີກ, ຄື: ການເມືອງ, ເສດຖະກິດ, ການປ້ອງກັນຊາດ-ປ້ອງກັນຄວາມ ສະຫງົບ, ການສຶກສາ, ການທ່ອງທ່ຽວ ແລະການພົບປະແລກປ່ຽນປະຊາຊົນ.

ໂດຍ: ເຈິ່ນຮວ່ຽນ