ແຟງລັງ ຖື ຫວຽດນາມ ແມ່ນຄູ່ຮ່ວມມືເສດຖະກິດສຳຄັນທີ່ສຸດໃນອາຊຽນ

ທີ່ການຕ້ອນຮັບ, ການນຳ 2 ທ່ານໄດ້ຕີລາຄາສູງບັນດາບາດກ້າວພັດທະນາຢ່າງຕັ້ງໜ້າໃນການຮ່ວມມືລະຫວ່າງ 2 ປະເທດໃນທຸກຂົງເຂດ; ເຫັນດີສືບຕໍ່ພ້ອມກັນຊອກຫາທິດທາງໃໝ່, ວິທີເຮັດໃໝ່ ແລະກໍາລັງໜູນໃໝ່ ເພື່ອເຮັດໃຫ້ສາຍພົວພັນສອງຝ່າຍເລິກເຊິ່ງກວ່າອີກ. 2 ຝ່າຍເຫັນດີເປັນເອກະສັນຊຸກຍູ້ການແລກປ່ຽນຄະນະຜູ້ແທນ ແລະການພົບປະຂັ້ນສູງລະຫວ່າງພັກ, ລັດ, ສະພາແຫ່ງຊາດຂອງສອງປະເທດ ເພື່ອແນໃສ່ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ; ເພີ່ມທະວີການຮ່ວມມືຢ່າງແໜ້ນແຟ້ນໃນບັນດາເວທີປາໄສຫຼາຍຝ່າຍ ເພື່ອເປົ້າໝາຍຮັບປະກັນສະຖຽນລະພາບ, ສັນຕິພາບ ແລະການພັດທະນາແບບຍືນຍົງ.

leftcenterrightdel
ທ່ານ ຟ້າມມິງຈິ໊ງ  ນາຍົກລັດຖະມົນຕີຫວຽດນາມ ພົບປະກັບທ່ານ Jussi Halla-aho ປະທານສະພາແຫ່ງຊາດແຟງລັງ. ພາບ: ສໍານັກຂ່າວສານຫວຽດນາມ

ກ່ຽວກັບເສົາຄ້ຳການຮ່ວມມືດ້ານເສດຖະກິດ, ສອງຝ່າຍຊົມເຊີຍການແລກປ່ຽນການຄ້າ ແລະການຮ່ວມມືລົງທຶນສອງຝ່າຍ ໄດ້ພັດທະນາກະໂດດຂັ້ນ, ເຖິງຢ່າງໃດກໍ່ຕາມ ຍັງບໍ່ທັນສົມກັບຄວາມສາມາດບົ່ມຊ້ອນເທື່ອ. ຍ້ອນເຫດນັ້ນ, 2 ປະເທດຈະສືບຕໍ່ສ້າງຄວາມສະດວກ ແລະສົ່ງເສີມການເຊື່ອມຕໍ່ວິສາຫະກິດ ແລະນັກລົງທຶນ, ຂຸດຄົ້ນຜົນປະໂຫຍດ ຈາກສັນຍາການຄ້າເສລີ ຫວຽດນາມ - ອີຢູ (EVFTA) ຢ່າງສຸດຂີດ, ພິເສດແມ່ນໃນບັນດາຂົງເຂດເຊິ່ງ 2 ຝ່າຍມີຄວາມຕ້ອງການ ແລະມີທ່າແຮງ ຄື ເຕັກໂນໂລຢີສູງ, ການພັດທະນາສີຂຽວ, ສິ່ງແວດລ້ອມ, ກະສິກຳ, ປ່າໄມ້, ເຕັກໂນໂລຊີຂໍ້ມູນຂ່າວສານ...

ກ່ຽວກັບການຮ່ວມມືພັດທະນາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ແລະທ່ານປະທານສະພາແຫ່ງຊາດ Jussi Halla-aho ໄດ້ເຫັນດີເປັນເອກະພາບຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ແລະຜັນຂະຫຍາຍສັນຍາແມ່ລະຫວ່າງລັດຖະບານສອງປະເທດກ່ຽວກັບບັນດາໂຄງການອຸປະຖໍາໃນໂຄງການລົງທຶນສາທາລະນະຂອງແຟງລັງ ຢ່າງມີປະສິດທິຜົນ, ສຸມໃສ່ບັນດາບຸລິມະສິດຍົກສູງຄວາມສາມາດແກ່ງແຍ້ງໃຫ້ເຂດເສດຖະກິດພາກເອກະຊົນ, ພັດທະນາເສດຖະກິດປັນຍາ, ຮັບມືກັບສິ່ງທ້າທາຍກ່ຽວກັບການພັດທະນາແບບຍືນຍົງ ແລະ ການປ່ຽນແປງຂອງດິນຟ້າອາກາດ, ການພັດທະນາເຂດທົ່ງພຽງແມ່ນ້ຳຂອງແບບຍືນຍົງຢູ່.

ແລກປ່ຽນກ່ຽວກັບບັນດາບັນຫາສາກົນ ແລະພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, 2 ຝ່າຍເຫັນດີເຄົາລົບອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ, ແກ້ໄຂການພິພາດກັນໂດຍສັນຕິວິທີ, ເຄົາລົບກົດໝາຍສາກົນ, ພິເສດແມ່ນສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ປີ 1982. ສະພາແຫ່ງຊາດແຟງລັງ ສະໜັບສະໜູນຫຼັກໝັ້ນ ແລະທັດສະນະຂອງອາຊຽນ ແລະ ຫວຽດນາມ ກ່ຽວກັບບັນຫາທະເລຕາເວັນອອກ, ໃນນັ້ນມີການຮັບປະກັນຄວາມປອດໄພ ແລະຄວາມເສລີໃນການເດີນທະເລ, ການບິນ; ສະໜັບສະໜູນຄວາມມານະພະຍາຍາມຂອງອາຊຽນ ແລະ ຈີນ ໃນການປະຕິບັດຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງມີປະສິດທິຜົນ ແລະຄົບຖ້ວນ ແລະສ້າງກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC).

ສະພາແຫ່ງຊາດຫວຽດນາມ ແລະແຟງລັງ ເພີ່ມທະວີການຮ່ວມມື

ຕອນເຊົ້າວັນທີ 25 ມີນາ, ຢູ່ຮ່າໂນ້ຍ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ເປັນປະທານພິທີຕ້ອນຮັບທ່ານປະທານສະພາແຫ່ງຊາດ Jussi Halla – aho ຢ່າງເປັນທາງການ. ພາຍຫຼັງພິທີຕ້ອນຮັບ, ສອງຝ່າຍດໍາເນີນການພົບປະເຈລະຈາ.

ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ສະເໜີໃຫ້ສອງປະເທດ ສົມທົບກັນຢ່າງແໜ້ນແຟ້ນ, ຂຸດຄົ້ນບັນດາຜົນປະໂຫຍດສູງສຸດຈາກສັນຍາການຄ້າເສລີ ຫວຽດນາມ - ອີຢູ (EVFTA).

leftcenterrightdel
ທ່ານ ເວືອງດິ່ງເຫວະ ປະທານສະພາແຫ່ງຊາດຫວຽດນາມ ແລະທ່ານ Jussi Halla-aho ປະທານສະພາແຫ່ງຊາດແຟງລັງ ກັບບັນດາຜູ້ແທນ. ພາບ: ສໍານັກຂ່າວສານຫວຽດນາມ

ໃນໄລຍະຈະມາເຖິງ, ປະທານສະພາແຫ່ງຊາດ ສະເໜີໃຫ້ສອງຝ່າຍສືບຕໍ່ເພີ່ມທະວີການຮ່ວມມືດ້ານການທູດລັດຖະສະພາ. ຫວຽດນາມ ປາດຖະໜາຢາກຖອດຖອນບົດຮຽນຂອງ ແຟນລັງ ເພື່ອປັບປຸງຂອບນິຕິກຳໃຫ້ແກ່ເສດຖະກິດປ່ຽນແປງໃໝ່ປະດິດສ້າງ, ຫັນປ່ຽນສີຂຽວ, ເລີ່ມທຸລະກິດ. ສອງຝ່າຍສືບຕໍ່ເສີມຂະຫຍາຍກົນໄກສົມທົບກັນຢ່າງແໜ້ນແຟ້ນ, ເພີ່ມທະວີການໃຫ້ຄຳປຶກສາ, ແລກປ່ຽນຂໍ້ມູນຂ່າວສານ, ສົມທົບກັນສະໜັບສະໜູນເຊິ່ງກັນ ແລະກັນໃນບັນດາເວທີປາໄສຫຼາຍຝ່າຍ.

ເນື່ອງໃນໂອກາດນີ້, ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫວະ ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ສະພາແຫ່ງຊາດແຟງລັງ ທີ່ໄດ້ໃຫ້ສັດຕະຍາບັນສັນຍາອາລັກຂາແກ່ການລົງທຶນ ຫວຽດນາມ - ອີຢູ (EVIPA); ປາດຖະໜາຢາກໃຫ້ ແຟງລັງ ຊ່ວຍຊຸກຍູ້ລັດຖະສະພາບັນດາປະເທດຍັງເຫຼືອໃນ ອີຢູ ໃຫ້ສັດຕະຍາບັນສັນຍາໂດຍໄວ.

ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ສະເໜີໃຫ້ ແຟງລັງ ສະໜັບສະໜູນເລື່ອງຄະນະກຳມະການເອີລົບ (EC) ຍົກເລີກບັດເຫຼືອງ IUU ສຳລັບສິນຄ້າສົ່ງອອກຂອງ ຫວຽດນາມ, ຜ່ານນັ້ນ ໜູນຊ່ວຍຫວຽດນາມ ພັດທະນາເສດຖະກິດ - ສັງຄົມ, ພ້ອມທັງຊ່ວຍໃຫ້ຜູ້ບໍລິໂພກເອີລົບ ເຂົ້າເຖິງສິນໃນນ້ຳຫວຽດນາມ ທີ່ມີຄຸນນະພາບສູງ ລາຄາແກ່ງແຍ້ງ.

ສ່ວນທ່ານປະທານສະພາແຫ່ງຊາດ Jussi Halla – aho ຢັ້ງຢືນວ່າ ຫວຽດນາມ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືການຄ້າສຳຄັນທີ່ສຸດຂອງ ແຟງລັງ ຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້.  ແຟງລັງ ໄດ້ຮັບຮອງເອົາສັນຍາອາລັກຂາການລົງທຶນລະຫວ່າງຫວຽດນາມ ແລະອີຢູ , ກ່ອນນັ້ນ, ແຟງລັງ ໄດ້ມີສັນຍາອາລັກຂາການລົງທຶນສອງຝ່າຍກັບຫວຽດນາມ. ບັນດາສັນຍານີ້ຈະເປີດໂອກາດຮ່ວມ ມືໃນຂົງເຂດພະລັງງານ, ເຕັກໂນໂລຊີຂໍ້ມູນຂ່າວສານ, ການສຶກສາ. ທ່ານປະທານສະພາແຫ່ງຊາດ ແຟງລັງ ໃຫ້ຮູ້ວ່າ: ປະຈຸບັນ, ມີຊາວ ຫວຽດນາມ ກ່ວາ 10.000 ຄົນຢູ່ ແຟງລັງ ແລະ ນີ້ໄດ້ຮັບຖືວ່າແມ່ນຊົນເຜົ່າສ່ວນໜ້ອຍຢູ່ ແຟງລັງ.

ທີ່ການພົບປະເຈລະຈາ, 2 ຝ່າຍໄດ້ປຶກສາຫາລືກ່ຽວກັບສະພາບການສາກົນ ແລະພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫວະ ໃຫ້ຮູ້ວ່າ: ສະພາບການໂລກມີການຜັນແປສັບສົນຫຼາຍຢ່າງ ແລະຄາດຄະເນໄດ້ຍາກ, ເຖິງຢ່າງໃດກໍ່ຕາມ ສັນຕິພາບ ແລະສະຖຽນລະພາບຍັງແມ່ນທ່າອ່ຽງຕົ້ນຕໍ. ຫວຽດນາມ ຢຶດໝັ້ນນະໂຍບາຍການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ຫັນເປັນຫຼາຍຮູບຫຼາຍແບບ, ຫຼາຍຝ່າຍ, ເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ ແລະມີຄວາມຮັບຜິດຊອບເພື່ອສັນຕິພາບ, ການຮ່ວມມື ແລະພັດທະນາ.

ຕອນບ່າຍວັນດຽວກັນ, ຢູ່ທີ່ສຳນັກງານສູນກາງພັກ, ທ່ານນາງ ເຈືອງທິມາຍ, ກຳມະການກົມການເມືອງ, ຜູ້ປະຈຳຄະນະເລຂາທິການ, ຫົວໜ້າຄະນະຈັດຕັ້ງສູນກາງ ໄດ້ໃຫ້ການຕ້ອນຮັບທ່ານປະທານສະພາແຫ່ງຊາດ ແຟງລັງ Jussi Halla-aho.

ທີ່ການພົບປະ, ການນຳສອງທ່ານກໍ່ໄດ້ແບ່ງປັນຂໍ້ມູນຂ່າວສານ ແລະທັດສະນະກ່ຽວກັບສະພາບການໂລກ ແລະພາກພື້ນ ແລະບັນດາບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ; ຢືນຢັນວ່າ 2 ປະເທດພ້ອມແລ້ວທີ່ຈະຮ່ວມມື 2 ຝ່າຍ ແລະຢູ່ບັນດາເວທີປາໄສຫຼາຍຝ່າຍບົນພື້ນຖານເຄົາລົບກົດໝາຍສາກົນ ແລະກົດບັດສະຫະປະຊາຊາດ, ເພື່ອສັນຕິພາບ, ສະຖຽນລະພາບ, ການພັດທະນາຂອງໂລກ ແລະພາກພື້ນ, ໃນນັ້ນມີເຂດທະເລຕາເວັນອອກ.

ໂດຍ: ທະນາພອນ