ກ່າວຄຳເຫັນທີ່ການພົບປະ, ທ່ານ ຫວໍວັນເຖືອງ ປະທານປະເທດຫວຽດນາມ ເນັ້ນໜັກວ່າ IPEF ແມ່ນຄວາມມານະພະຍາຍາມລວມ ເພື່ອແນໃສ່ເພີ່ມທະວີການຮ່ວມມື ແລະການສົມທົບກັນລະຫວ່າງບັນດາພື້ນຖານເສດຖະກິດ ໃນສະພາບທີ່ໂລກພວມປະເຊີນໜ້າກັບການປ່ຽນແປງ, ກາລະໂອກາດ ແລະສິ່ງທ້າທາຍສະຫຼັບກັນໄປ. ທ່ານປະທານປະເທດ ຫວໍວັນເຖືອງ  ໄດ້ຮັບຮູ້ຕໍ່ເລື່ອງບັນດາລັດຖະມົນຕີ ໄດ້ເຫັນດີເປັນເອກະສັນຕໍ່ປະຖົມປັດໄຈອັນສໍາຄັນຂອງການຮ່ວມມື, ບົນພື້ນຖານຫຼັກການສະເໝີພາບ, ຕ່າງຝ່າຍຕ່າງມີຜົນປະໂຫຍດ, ກວມລວມ, ປະຕິບັດຕາມກົດໝາຍສາກົນ, ເຄົາລົບກົດໝາຍ ແລະລະບອບການເມືອງຂອງແຕ່ລະປະເທດ, ຍົດສູງລັກສະນະໄຫວພິບ ແລະຄວາມສະໝັກໃຈ.

leftcenterrightdel
ທ່ານ ຫວໍວັນເຖືອງ ປະທານປະເທດຫວຽດນາມ ພ້ອມດ້ວຍບັນດາການນໍາເສດຖະກິດ ເຂົ້າຮ່ວມກອງປະຊຸມ. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານປະທານປະເທດ ສະເໜີ 3 ການກໍານົດທິດໃຫຍ່ໃນຜັນຂະຫຍາຍການຮ່ວມມືໃນໄລຍະຈະມາເຖິງ. ທີໜຶ່ງ, IPEF ຕ້ອງເປັນກົນໄກຮ່ວມມືທີ່ເປີດກວ້າງ, ກວມລວມ, ບໍ່ຈຳແນກການປະພຶດ, ສະໜັບສະໜູນລະບົບການຄ້າຫຼາຍຝ່າຍໂດຍອີງໃສ່ລະບຽບກົດໝາຍ; ຊົມເຊີຍການເຂົ້າຮ່ວມຂອງບັນດາປະເທດຢູ່ພາຍໃນ ແລະນອກພາກພື້ນ; ໜູນຊ່ວຍ ແລະເພີ່ມເຕີມບັນດາຂໍ້ລິເລີ່ມການເຊື່ອມຕໍ່, ການຮ່ວມສໍາພັນດ້ານເສດຖະກິດໃນພາກພື້ນ. ທີສອງ, ການຮ່ວມມືຄວນຕອບສະໜອງຄວາມຕ້ອງການພັດທະນາ ແລະຜົນປະໂຫຍດທີ່ດຸ່ນດ່ຽງຂອງທຸກຝ່າຍ; ເຄົາລົບ ແລະຄຳນຶງເຖິງຄວາມແຕກຕ່າງ ແລະລັກສະນະສະເພາະ ຂອງແຕ່ລະປະເທດ; ເອົາໃຈໃສ່ໜູນຊ່ວຍດ້ານເຕັກນິກ ແລະຍົກສູງຄວາມສາມາດ. ທີສາມ, ສົ່ງເສີມການລົງທຶນໃໝ່ເຂົ້າໃນການກໍ່ສ້າງພື້ນຖານໂຄງລ່າງ, ການຫັນປ່ຽນພະລັງງານສະອາດ,  ການຜະລິດອຸດສາຫະກຳເຕັກໂນໂລຢີສູງຢູ່ພາກພື້ນ.

ສິ້ນສຸດການພົບປະ, ບັນດາການນຳໄດ້ຮັບຮອງເອົາຖະແຫຼງການຂອງການນໍາ ກ່ຽວກັບກອບເສດຖະກິດມະຫາສະໝຸດອິນເດຍ-ປາຊີຟິກ ເພື່ອວັດທະນາຖາວອນ.

* ຕອນທ່ຽງວັນທີ 16 ພະຈິກ ໄດ້ດໍາເນີນການໂອ້ລົມສົນທະນາລະຫວ່າງບັນດາການນຳ APEC ກັບແຂກຖືກເຊີນ ລວມມີ: ປະທານາທິບໍດີ ໂກລົມບີ, ນາຍົກລັດຖະມົນຕີ ຟີຈີ ແລະລັດຖະມົນຕີກະຊວງອຸດສາຫະກຳ ແລະການຄ້າອິນເດຍ. ນີ້ແມ່ນການເຄື່ອນໄຫວທຳອິດຂອງການນຳບັນດາພື້ນຖານເສດຖະກິດ APEC ໃນຂອບເຂດສັບປະດາສຸດຍອດ APEC 2023, ທ່ານປະທານປະເທດ ຫວໍວັນເຖືອງ ໄດ້ເຂົ້າຮ່ວມ ແລະກ່າວຄຳເຫັນທີ່ການໂອ້ລົມສົນທະນາ.

leftcenterrightdel
ທ່ານ ຫວໍວັນເຖືອງ ປະທານປະເທດຫວຽດນາມ ທີ່ການເຮັດວຽກ. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານປະທານປະເທດ ຫວໍວັນເຖືອງ ໄດ້ແບ່ງປັນທັດສະນະຂອງຫວຽດນາມ ໃນການຖືເອົາການປ່ຽນແປງຂອງດິນຟ້າອາກາດ ແມ່ນບຸລິມະສິດໃນລັດຖະນະໂຍບາຍພັດທະນາປະເທດຊາດ ແລະໃຫ້ຄໍາໝັ້ນສັນຍາຢ່າງແຮງກ່ຽວກັບການບັນລຸການປ່ອຍກາກບອນລົງລະດັບ 0 ໃນທ້າຍ ປີ 2050 ແລະ ຫຼຸດຜ່ອນການປ່ອຍທາດພິດ methane, ເພື່ອປົກປັກຮັກສາປ່າໄມ້ ແລະ ຫັນປ່ຽນພະລັງງານ; ເນັ້ນໜັກວ່າ ຫວຽດນາມ ແມ່ນໜຶ່ງໃນ 3 ປະເທດກໍາລັງພັດທະນາທຳອິດ ທີ່ເຂົ້າຮ່ວມການພົວພັນຄູ່ຮ່ວມມືຫັນປ່ຽນພະລັງງານຢ່າງມີຄວາມຍຸຕິທໍາ (JETP) ພ້ອມກັບກຸ່ມຄູ່ຮ່ວມມືສາກົນ ແລະພວມຜັນຂະຫຍາຍຫຼາຍມາດຕະການແກ້ໄຂ ຈາກການປັບປຸງລະບອບລະບຽບການ ຈົນເຖິງການຜັນຂະຫຍາຍປະຕິບັດຕົວຈິງ ຢ່າງຄົບຊຸດ.

leftcenterrightdel
ທ່ານ ຫວໍວັນເຖືອງ ປະທານປະເທດຫວຽດນາມ ພ້ອມດ້ວຍບັນດາການນໍາ APEC ທີ່ການເຮັດວຽກ. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານປະທານປະເທດ ຫວໍວັນເຖືອງ ໄດ້ສະເໜີໃຫ້ APEC ແລະບັນດາຄູ່ຮ່ວມມື ຊຸກຍູ້ບັນດາໂຄງການຮ່ວມມືດ້ານພະລັງງານທົດແທນ ແລະ ອຸດສາຫະກຳສີຂຽວ; ພັດທະນາກະສິກໍານິເວດ ແລະ ຟື້ນຟູຊັບພະຍາກອນທຳມະຊາດ; ການປະກັນຊີວິດສັງຄົມ ແລະຫັນປ່ຽນຢ່າງມີຄວາມຍຸຕິທໍາ. ທ່ານ ຫວໍວັນເຖືອງ ກໍໄດ້ຮຽກຮ້ອງໃຫ້ບັນດາປະເທດພັດທະນາ ແລະບັນດາຄູ່ຮ່ວມມືສາກົນເພີ່ມທະວີການແບ່ງປັນຜົນດ້ານວິທະຍາສາດ-ເຕັກໂນໂລຢີ, ປະກອບດ້ານການເງິນ, ໜູນຊ່ວຍບັນດາປະເທດກໍາລັງພັດທະນາ ແລະບັນດາປະເທດດ້ອຍພັດທະນາ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.

ບັນດາການນຳ ໄດ້ຕີລາຄາສູງຕໍ່ຄຳປາໄສຂອງທ່ານປະທານປະເທດ ຫວໍວັນເຖືອງ, ຊົມເຊີຍຄໍາສະເໜີທີ່ແທດຈິງ ແລະສະໜັບສະໜູນຄວາມມານະພະຍາຍາມຂອງຫວຽດນາມ ທີ່ມຸ່ງໄປເຖິງການບັນລຸເປົ້າໝາຍການປ່ອຍກາກບອນ ລົງລະດັບ 0, ຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວ, ຫັນປ່ຽນພະລັງງານ.

* ກ່ອນທີ່ດໍາເນີນການໂອ້ລົມສົນທະນາ, ທ່ານປະທານປະເທດ ຫວໍວັນເຖືອງ ໄດ້ມີການພົບປະແລກປ່ຽນກັບ: ເລຂາທິການໃຫຍ່, ປະທານປະເທດຈີນ ສີຈີ້ນຜິງ; ປະທານາທິບໍດີອາເມລິກາ Joe Biden; ປະທານາທິບໍດີ ສ.ເກົາຫຼີ Yoon Suk Yeol; ນາຍົກລັດຖະມົນຕີຍີ່ປຸ່ນ Kishida Fumio  ເພື່ອແນໃສ່ສືບຕໍ່ຊຸກຍູ້ ແລະປັບປຸງການພົວພັນຄູ່ຮ່ວມມື ໃຫ້ເລິກເຊິ່ງກວ່າອີກ ແລະແລກປ່ຽນບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.

* ຕອນບ່າຍວັນດຽວກັນ, ທ່ານປະທານປະເທດ ຫວໍວັນເຖືອງ ໄດ້ເຂົ້າຮ່ວມພິທີໄຂການໂອ້ລົມສົນທະນາລະຫວ່າງບັນດາການນຳ APEC ກັບບັນດາສະມາຊິກຂອງສະພາໃຫ້ຄຳປຶກສາດຳເນີນທຸລະກິດ APEC (ABAC).

* ກ່ອນໜ້ານັ້ນ, ຕອນເຊົ້າວັນທີ 16 ພະຈິກ, ທ່ານປະທານປະເທດ ຫວໍວັນເຖືອງ ໄດ້ຕ້ອນຮັບທ່ານ John Kerry ທູດພິເສດຂອງປະທານາທິບໍດີອາເມລິກາ ຮັບຜິດຊອບການປ່ຽນແປງຂອງດິນຟ້າອາກາດ ແລະນາຍົກລັດຖະມົນຕີມາເລເຊຍ Anwar Ibrahim.

ໂດຍ: ທູຈາງ