ໃນໄລຍະຢ້ຽມຢາມ ແລະເຮັດວຽກຢູ່ນະຄອນຫຼວງ Mexico City, ຄະນະໄດ້ມີການພົບປະກັບທ່ານ Alfredo Femat Bañuelos ກໍາມະການກົມການເມືອງພັກແຮງງານ, ຫົວໜ້າກຳມາທິການການຕ່າງປະເທດສະພາຕໍ່າເມັກຊິກໂກ. ກ່າວຄໍາເຫັນທີ່ການພົບປະ, ທ່ານ ຫງວຽນໂຮ່ຫາຍ ສະແດງຄວາມປາດຖະໜາຢາກເພີ່ມທະວີການພົວພັນຮ່ວມມືລະຫວ່າງ ເມັກຊິກໂກ ແລະຫວຽດນາມ ເວົ້າລວມ ແລະກັບນະຄອນໂຮ່ຈີມິນ ເວົ້າສະເພາະ, ທ່ານເນັ້ນໜັກວ່ານະຄອນໂຮ່ຈີມິນ ຍາມໃດກໍ່ຍິນດີຕ້ອນຮັບຄະນະຜູ້ແທນເມັກຊິກໂກ ກໍ່ຄືສ້າງທຸກເງື່ອນໄຂສະດວກທີ່ສຸດໃຫ້ບັນດາວິສາຫະກິດ, ນັກລົງທຶນເມັກຊິກໂກ ໄປລົງທຶນຢູ່ນະຄອນ.

leftcenterrightdel
ທ່ານ ຫງວຽນໂຮ່ຫາຍ ມອບຂອງຂວັນເປັນທີ່ລະນຶກໃຫ້ທ່ານ Alfredo Femat Bañuelos. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານ ຫງວຽນໂຮ່ຫາຍ ກໍ່ຕີລາຄາສູງນະໂຍບາຍມະນຸດສະທໍາຂອງເມັກຊິກໂກ ໃນການຟື້ນຟູ ແລະພັດທະນາເສດຖະກິດ-ສັງຄົມພາຍຫຼັງພະຍາດ ໂຄວິດ-19, ໃນນັ້ນໄດ້ເນັ້ນໜັກເຖິງການໃຫ້ບຸລິມະສິດໜູນຊ່ວຍຜູ້ທຸກຍາກ, ຜູ້ມີຄວາມສ່ຽງສູງຜ່ານຜ່າວິກິດການ. ທ່ານ ຫງວຽນໂຮ່ຫາຍ ໃຫ້ຮູ້ວ່າ ນີ້ກໍ່ແມ່ນນະໂຍບາຍທີ່ອໍານາດການປົກຄອງນະຄອນໂຮ່ຈີມິນ ປະຕິບັດໃນໄລຍະຜ່ານມາ.

ສ່ວນທ່ານ Alfredo Femat Bañuelos ຊີ້ແຈ້ງວ່າ ພັກແຮງງານເມັກຊິກໂກ ປາດຖະໜາຢາກຊຸກຍູ້ບັນດາໂຄງການຮ່ວມມືລະຫວ່າງສອງພັກເວົ້າລວມ ແລະນະຄອນໂຮ່ຈີມິນ ເວົ້າສະເພາະ, ພິເສດແມ່ນໃນຂົງເຂດໄດ້ຮັບການຜັນຂະຫຍາຍຢ່າງມີປະສິດທິຜົນ, ເປັນຕົ້ນແມ່ນບັນດາໂຄງການຮ່ວມມືດ້ານໂຄສະນາ, ກໍ່ສ້າງພະນັກງານ.

ໂດຍ: ຈາງຫງວຽນ