ຕາມການລາຍງານສັງລວມ, ໜຶ່ງໃນບັນດາຈຸດໃໝ່ຂອງບຸນເຕັດປີນີ້ແມ່ນຄະນະເລຂາທິການ ໄດ້ປະກາດໃຊ້ຄຳສັ່ງໂດຍໄວ ສະນັ້ນຄະນະຮັບຜິດຊອບພັກ, ຄະນະພັກ, ອຳນາດການປົກຄອງທຸກຂັ້ນ ໄດ້ຈັດຕັ້ງການຊາບຊຶມ, ຜັນຂະຫຍາຍການຈັດຕັ້ງບຸນເຕັດປີເຖາະ ເໝາະສົມກັບສະພາບການຕົວຈິງຂອງທ້ອງຖິ່ນ, ກົມກອງ; ກະກຽມທຸກເງື່ອນໄຂຮັບໃຊ້ປະຊາຊົນຕ້ອນຮັບບຸນເຕັດຢ່າງເບີກບານມ່ວນຊື່ນ, ປອດໄພ, ປະຢັດດ້ວຍຈິດໃຈ “ທຸກຄົນໄດ້ຕ້ອນຮັບບຸນເຕັດ”, ປະຕິບັດບັນດາຂໍ້ກໍານົດກ່ຽວກັບການປ້ອງກັນ, ຕ້ານໂລກລະບາດ; ຮັກສາ, ສ້າງບັນຍາກາດໃໝ່ຍູ້ແຮງບັນດາການເຄື່ອນໄຫວຜະລິດ, ດຳເນີນທຸລະກິດ, ພັດທະນາເສດຖະກິດ-ສັງຄົມ, ຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ. ຕະຫຼາດສິນຄ້າອຸດົມສົມບູນ, ຮັບປະກັນຄຸນນະພາບ...

leftcenterrightdel
ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ເປັນປະທານກອງປະຊຸມ. ພາບ: ສຳນັກຂ່າວສານຫວຽດນາມ

ສະຫຼຸບກອງປະຊຸມ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຊົມເຊີຍຄະນະພັກ, ອຳນາດການປົກຄອງທ້ອງຖິ່ນທຸກຂັ້ນໄດ້ຜັນຂະຫຍາຍຄຳສັ່ງສະບັບເລກທີ 19-CT/TW ຂອງຄະນະເລຂາທິການ ແລະຄໍາສັ່ງສະບັບເລກທີ 22/CT-TTg ຂອງນາຍົກລັດຖະມົນຕີ ວ່າດ້ວຍການຈັດຕັ້ງບຸນເຕັດປີເຖາະ 2023 ຢ່າງເບີກບານມ່ວນຊື່ນ, ປອດໄພ, ປະຢັດຢ່າງເຂັ້ມງວດ. ກ່ຽວກັບໜ້າທີ່ຈະມາເຖິງ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໃສ່ໃຈວ່າ ຕ້ອງສືບຕໍ່ຄາດຄະເນສະພາບການ, ກຳແໜ້ນບັນດາກໍລະນີທີ່ອາດຈະເກີດຂຶ້ນເພື່ອມີມາດຕະການຮັບມື, ບໍ່ປະມາດ, ລະເລີຍ. ພາຍຫຼັງພັກບຸນເຕັດ, ແມ່ນສຸມໃສ່ຊີ້ນຳ, ນຳພາ, ຈັດຕັ້ງປະຕິບັດບັນດາມະຕິ, ຄຳສັ່ງ, ຂໍ້ສະຫຼຸບຂອງສູນກາງ ແລະຄະນະພັກທຸກຂັ້ນຢ່າງເຂັ້ມງວດ ແລະມີປະສິດທິຜົນ. ແຕ່ລະອົງການ, ກົມກອງ, ທ້ອງຖິ່ນຕ້ອງສ້າງແຜນການຂອງປີ 2023 ຢ່າງລະອຽດ ເພື່ອຜັນຂະຫຍາຍຢ່າງເປັນລະບົບ, ສູ້ຊົນປະຕິບັດບັນດາເປົ້າໝາຍໜ້າທີ່ຂອງປີ 2023 ຢ່າງມີໄຊ, ເຊິ່ງເປັນປີບານພັບຂອງອາຍຸການກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກ.

ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຄວນສຸມໃສ່ຊຸກຍູ້ພັດທະນາການຜະລິດອຸດສາຫະກຳ, ກໍ່ສ້າງ; ຜັນຂະຫຍາຍບັນດາມາດຕະການປ້ອງກັນຄວາມສະຫງົບແຫ່ງຊາດ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພທາງສັງຄົມ, ຍູ້ແຮງວຽກງານປ້ອງກັນ, ຕ້ານອາດຊະຍາກຳ, ໂດຍສະເພາະແມ່ນອາດຊະຍາກຳຢາເສບຕິດ, ການພະນັນ ແລະປະກົດການຫຍໍ້ທໍ້ອື່ນໆໃນໂອກາດງານບຸນຕ່າງໆ...; ເພີ່ມທະວີວຽກງານການສື່ສານ, ໂຄສະນາຍົກສູງຄຸນນະພາບເນື້ອໃນບັນດາລາຍການວັດທະນະທຳ, ສື່ສານການກຳນົດທິດ, ຢັ້ງຢືນຜົນງານພັດທະນາເສດຖະກິດ, ວັດທະນະທຳ-ສັງຄົມຂອງປະເທດ, ທ້ອງຖິ່ນ, ພ້ອມທັງຕໍ່ສູ້ກັບບັນດາຖ້ອຍທຳນອງຜິດພາດ, ເສກສັນປັ້ນແຕ່ງ, ສວຍໃຊ້ຂອງບັນດາອິດທິກຳລັງປໍລະປັກ.

ໂດຍ: ແສງເດືອນ