ຢ້ຽມຢາມ, ມອບຂອງຂວັນພະນັກງານ, ກໍາມະກອນທີ່ພວມກໍ່ສ້າງຂຸມ ທູງທີ ສັງກັດໂຄງການຢູ່ຕາແສງຮ່າລິງ, ເມືອງຮ່າຈູງ, ແຂວງແທງຮ໊ວາ, ທ່ານ ນາຍົກລັດຖະມົນຕີ ເນັ້ນໜັກເຖິງຄວາມຈຳເປັນຕ້ອງສົມທົບກັນຢ່າງແໜ້ນແຟ້ນ ແລະແກ້ໄຂຢ່າງທັນການບົນຫຼັກການກົມກ່ຽວຜົນປະໂຫຍດ. ກວດກາກິດຈະການກໍ່ສ້າງ ຂົວວິງອານ ສັງກັດຊອງປະມູນ 13XL  ໂຄງການ ມາຍເຊີນ-ເສັ້ນທາງຫຼວງເລກທີ 45 ທີ່ເຊື່ອມຕໍ່ຈາກຕາແສງ ວິງອານ, ເມືອງວິງລົກ ກັບຕາແສງດິ້ງກົງ, ເມືອງອຽນດິ້ງ, ແຂວງແທງຮ໊ວາ, ທ່ານ ນາຍົກລັດຖະມົນຕີ ຮຽກຮ້ອງຜູ້ຮັບເໝົາຕ້ອງຍາດເວລາທີ່ດິນຟ້າອາກາດສະດວກເພື່ອກໍ່ສ້າງ, ຮັບປະກັນຄວາມປອດໄພ, ຄວາມຄືບໜ້າ, ຄຸນນະພາບ, ເຕັກນິກ, ບໍ່ໃຫ້ເກີນລາຄາ, ບໍ່ປະໃຫ້ເກີດການສໍ້ລາດບັງຫຼວງ, ສິ່ງຫຍໍ້ທໍ້.

leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ກວດກາສະພາບການກໍ່ສ້າງຢູ່ຂຸມເທິ່ນວູ. ພາບ: baochinhphu.vn

ກວດກາສະພາບການກໍ່ສ້າງທາງແຍກດົງຊວນ, ຢູ່ບໍລິເວນເມືອງດົງເຊີນ, ແຂວງແທງຮ໊ວາ, ທ່ານ ນາຍົກລັດຖະມົນຕີ ສະເໜີຜູ້ຮັບເໝົາສືບຕໍ່ກໍ່ສ້າງຢ່າງຮີບດ່ວນ, ກໍ່ສ້າງໂຄງການໃຫ້ສຳເລັດຖືກກັບແຜນການທີ່ໄດ້ວາງອອກ. ຢ້ຽມຢາມເຂດຕັ້ງຖິ່ນຖານຄົງທີ່ຢູ່ຕາແສງດົງມິງ, ເມືອງດົງເຊີນ, ແຂວງແທງຮ໊ວາ, ທ່ານ ນາຍົກລັດຖະມົນຕີ ປາດຖະໜາວ່າ ປະຊາຊົນຢູ່ທີ່ນີ້ເສີມຂະຫຍາຍມູນເຊື້ອປະຫວັດສາດ, ວັດທະນະທໍາດົງເຊີນ, ແທງຮ໊ວາວິລະຊົນ, ສືບຕໍ່ສະໜັບສະໜູນໂຄງການໃນວິວັດການຜັນຂະຫຍາຍການກໍ່ສ້າງ ແລະຂຸດຄົ້ນ.

ຕໍ່ຈາກນັ້ນ, ທ່ານ ນາຍົກລັດຖະມົນຕີ ໄດ້ລົງກວດກາໂຄງການພາກສ່ວນ ຢຽນເຈົາ, ເງະອານ-ບ໊າຍເວີດ (ຮ່າຕິງ) ແລະຢ້ຽມຢາມ, ອວຍພອນປີໃໝ່ພະນັກງານ, ພາລະກອນໂຄງການ, ປະຊາຊົນເຂດຕັ້ງຖິ່ນຖານຄົງທີ່.

ໂດຍ:​ໄຊນີດາ