ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫວ້ ໄດ້ຕີລາຄາສູງຕໍ່ເລື່ອງລັດຖະບານອົດສະຕາລີ ສ້າງຕັ້ງອົງການຈັດຕັ້ງ “ຂໍ້ລິເລີ່ມນັກທຸລະກິດນຳໜ້າ” ເພື່ອແນໃສ່ປະຕິບັດຍຸດທະສາດເພີ່ມທະວີການຮ່ວມມືເສດຖະກິດ ອົດສະຕາລີ - ຫວຽດນາມ, ໂດຍເນັ້ນໜັກເຖິງການປະຕິບັດຂໍ້ລິເລີ່ມຢ່າງມີປະສິດທິຜົນແມ່ນໜຶ່ງໃນບັນດາວິທີການ ເພື່ອເພີ່ມທະວີການຮ່ວມມືສອງຝ່າຍ.

ໂດຍສະແດງຄວາມຊົມເຊີຍຕໍ່ວິສາຫະກິດນຳໜ້າ 3 ແຫ່ງ ຂອງອົດສະຕາລີ ໄດ້ມີການເຄື່ອນໄຫວທີ່ແທດຈິງຫຼາຍຢ່າງ, ລະອຽດ ໃນການເຊື່ອມຕໍ່ນັກທຸລະກິດສອງປະເທດໃນເກືອບ 1 ປີຜ່ານມາ, ທ່ານປະທານສະພາແຫ່ງຊາດ ເຊື່ອໝັ້ນວ່າ ນັບແຕ່ນີ້ຈະສ້າງຖັນແຖວນັກລົງທຶນອົດສະຕາລີ ທີ່ນັບມື້ນັບມີຫຼາຍຄົນມາລົງທຶນ ຢູ່ຫວຽດນາມ.

leftcenterrightdel
ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫວ້ ເຮັດວຽກ ຢູ່ອົດສະຕາລີ. ພາບ: ສໍານັກຂ່າວສານຫວຽດນາມ

ສ່ວນທ່ານ Philipp Ivanov CEO Asia Society ອົດສະຕາລີ ໃຫ້ຮູ້ວ່າ Asia Society ມີຄວາມເປັນກຽດທີ່ສຸດທີ່ໄດ້ເປັນໜຶ່ງໃນ 3 ວິສາຫະກິດນຳໜ້າເຂົ້າຮ່ວມຂໍ້ລິເລີ່ມນັກທຸລະກິດນຳໜ້າ ເພື່ອຊຸກຍູ້ການຮ່ວມມືກັບຫວຽດນາມ.

ແລະໃນວັນດຽວກັນ, ຢູ່ສຳນັກງານມະຫາວິທະຍາໄລ RMIT, ນະຄອນ Melbourne , ລັດ Victoria, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ໄດ້ເຂົ້າຮ່ວມເວທີປາໄສການຮ່ວມມືດ້ານເສດຖະກິດ ຫວຽດນາມ - ອົດສະຕາລີ.

ຂ່າວ: ວິທະຍຸກະຈາຍສຽງຫວຽດນາມ