ທີ່ການພົບປະກັບທ່ານລັດຖະມົນຕີ Jason Clare, ທ່ານ ເວືອງດິ່ງເຫວ້ ຕີລາຄາສູງການພົວພັນລະຫວ່າງສອງປະເທດ, ການສຶກສາ-ກໍ່ສ້າງ ມີທີ່ຕັ້ງສຳຄັນທີ່ສຸດ ແລະມີທ່າແຮງຂອງອົດສະຕາລີ. ດ້ວຍນັກສຶກສາ ແລະນັກຄົ້ນຄວ້າຫວຽດນາມ ກວ່າ 30.000 ຄົນພວມຮ່ຳຮຽນຢູ່ອົດສະຕາລີ, ການຮ່ວມມືດ້ານການສຶກສາບໍ່ພຽງແຕ່ປະກອບສ່ວນເຂົ້າໃນການພັດທະນາແຫຼ່ງຊັບພະຍາກອນມະນຸດຂອງຫວຽດນາມ ແລະເສດຖະກິດຂອງອົດສະຕາລີ ເທົ່ານັ້ນຫາກຍັງແມ່ນຂົວເຊື່ອມຕໍ່ວັດທະນະທຳຢ່າງແໜ້ນແຟ້ນ, ແມ່ນຂົວເຊື່ອມຕໍ່ລະຫວ່າງປະຊາຊົນສອງປະເທດ.

leftcenterrightdel
ທ່ານ ເວືອງດິ່ງເຫວ້ ປະທານສະພາແຫ່ງຊາດຫວຽດນາມ ຕ້ອນຮັບທ່ານ Jason Clare ລັດຖະມົນຕີກະຊວງການສຶກສາອົດສະຕາລີ. ພາບ: ສຳນັກຂ່າວສານຫວຽດນາມ.

ສອງຝ່າຍຖືວ່າ ການຈັດຕັ້ງເວທີປາໄສຮ່ວມມືດ້ານການສຶກສາຫວຽດນາມ-ອົດສະຕາລີ ເນື່ອງໃນໂອກາດການຢ້ຽມຢາມອົດສະຕາລີ ຂອງທ່ານປະທານສະພາແຫ່ງຊາດຫວຽດນາມ ດ້ວຍການເຂົ້າຮ່ວມຂອງມະຫາວິທະຍາໄລແຖວໜ້າຂອງສອງປະເທດຫຼາຍແຫ່ງແມ່ນການເຄື່ອນໄຫວທີ່ມີຄວາມໝາຍ, ປະກອບສ່ວນຊຸກຍູ້ການຮ່ວມມືດ້ານການສຶກສາ-ກໍ່ສ້າງ ລະຫວ່າງສອງປະເທດໃນໄລຍະຫຼັງພະຍາດໂຄວິດ-19, ໂດຍສະເພາະແມ່ນການສຶກສາລະດັບປະລິນຍາຕີ.

* ຕ້ອນຮັບການນຳພັກຝ່າຍຄ້ານຢູ່ສະພາຕໍ່າ Peter Dutton ແລະສະມາຊິກສະພາສູງຂອງພັກເອກະລາດ, ການນຳພັກຝ່າຍຄ້ານຢູ່ສະພາສູງ Simon Birmingham, ທ່ານ ເວືອງດິ່ງເຫວ້ ຢືນຢັນນະໂຍບາຍສະເໝີຕົ້ນສະເໝີປາຍຂອງຫວຽດນາມ ແມ່ນຍາມໃດກໍ່ຖືເປັນສຳຄັນການພົວພັນຮອບດ້ານກັບອົດສະຕາລີ ໃນທຸກຂັ້ນ, ທຸກຊ່ອງທາງພັກ, ລັດ, ລັດຖະສະພາ ແລະການພົບປະແລກປ່ຽນປະຊາຊົນ, ໃນນັ້ນມີການພົວພັນກັບບັນດາພັກການເມືອງອື່ນໆໃນສະພາແຫ່ງຊາດອົດສະຕາລີ. ທີ່ການພົບປະ, ສອງຝ່າຍແລກປ່ຽນກ່ຽວກັບບັນຫາສາກົນ ແລະເນັ້ນໜັກບົດບາດໃຈກາງຂອງອາຊຽນ ແລະພາກພື້ນສັນຕິພາບ, ວັດທະນາຖາວອນ, ມີສະຖຽນລະພາບ ແລະເຄົາລົບອະທິປະໄຕ. ສອງຝ່າຍຢ້ັງຢືນຄືນໃໝ່ວ່າ ການແກ່ງແຍ້ງ, ໃນນັ້ນມີການກແກ່ງແຍ້ງກັນຢູ່ທະເລຕາເວັນອອກ, ຕ້ອງໄດ້ຮັບການແກ້ໄຂໂດຍສັນຕິວິທີ, ຕາມກົດໝາຍສາກົນ, ພິເສດແມ່ນສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ປີ 1982.

* ທີ່ການພົບປະກັບສະມາຊິກສະພາສູງ, ລັດຖະມົນຕີການຕ່າງປະເທດ Penny Wong, ທ່ານ ເວືອງດິ່ງເຫວ້ ເນັ້ນໜັກວ່າ ສະພາແຫ່ງຊາດຫວຽດນາມ ເຫັນດີເປັນເອກະພາບສະໜັບສະໜູນເລື່ອງຍົກລະດັບການພົວພັນສອງປະເທດຂຶ້ນລະດັບຄູ່ຮ່ວມມືຍຸດທະສາດຮອບດ້ານໃນໄລຍະເວລາທີ່ເໝາະສົມເມື່ອສອງປະເທດໄດ້ສຳເລັດບັນດາລະບຽບການ; ປາດຖະໜາວ່າ ສອງຝ່າຍເພີ່ມທະວີການຮ່ວມມືລັດຖະສະພາທັງສອງຝ່າຍ ແລະຫຼາຍຝ່າຍ, ສົມທົບກັນທີ່ບັນດາເວທີປາໄສຫຼາຍຝ່າຍກ່ຽວກັບລັດຖະສະພາ.

leftcenterrightdel
ທ່ານ ເວືອງດິ່ງເຫວ້ ປະທານສະພາແຫ່ງຊາດຫວຽດນາມ ຕ້ອນຮັບທ່ານ Penny Wong ລັດຖະມົນຕີການຕ່າງປະເທດອົດສະຕາລີ. ພາບ: ສຳນັກຂ່າວສານຫວຽດນາມ.

* ທີ່ການພົບປະກັບກຸ່ມສະມາຊິກລັດຖະສະພາມິດຕະພາບອົດສະຕາລີ-ຫວຽດນາມ, ທ່ານ ເວືອງດິ່ງເຫວ້ ຕີລາຄາສູງເລື່ອງສະພາແຫ່ງຊາດອົດສະຕາລີ ຫາກໍ່ຕົກລົງສ້າງຕັ້ງກຸ່ມສະມາຊິກລັດຖະສະພາມິດຕະພາບອົດສະຕາລີ-ຫວຽດນາມ ດ້ວຍສະມາຊິກ 57 ຄົນ; ແຈ້ງໃຫ້ບັນດາສະມາຊິກລັດຖະສະພາຮັບຊາບກ່ຽວກັບຜົນສຳເລັດຂອງການພົບປະເຈລະຈາ, ການພົບປະກັບການນຳຂັ້ນສູງ ແລະການນຳບັນດາກະຊວງ, ຂະແໜງການຂອງອົດສະຕາລີ ອີກເທື່ອໜຶ່ງສະແດງໃຫ້ເຫັນຄວາມຕັດສິນໃຈຢ່າງແຮງຂອງ ທັງສອງຝ່າຍໃນການເພີ່ມທະວີການຮ່ວມມືເພື່ອຜົນປະໂຫຍດຂອງສອງປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ ແລະຄວາມວັດທະນາຖາວອນຂອງພາກພື້ນ.

ໂດຍ: ສົມເພັດ