ກ່າວຄຳເຫັນທີ່ການພົບປະ, ທ່ານ Oh Young-ju ເອກອັກຄະລັດຖະທູດ ສ. ເກົາຫຼີ ປະຈຳ ຫວຽດນາມ ໃຫ້ຮູ້ວ່າ ສ. ເກົາຫຼີ ຖືເປັນສຳຄັນການພົວພັນມິດຕະພາບ ແລະການຮ່ວມມືກັບຫວຽດນາມ. ສ. ເກົາຫຼີ ປາດຖະໜາວ່າ ການຢ້ຽມຢາມຂອງທ່ານ ຫງວຽນຊວນຟຸກ ຈະມາເຖິງຈະເປີດກາລະໂອກາດຮ່ວມມືໃນຫຼາຍຂົງເຂດລະຫວ່າງສອງປະເທດ, ໂດຍສະເພາະແມ່ນສ້າງຂອບເຂດຮ່ວມມືກ່ຽວກັບຕ່ອງໂສ້ການສະໜອງແຮ່ທາດ ແລະຂົງເຂດອື່ນໆ.

leftcenterrightdel
ທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ ກັບບັນດາຜູ້ແທນ. ພາບ: ສຳນັກຂ່າວສານຫວຽດນາມ.

ບັນດາຄຳເຫັນທີ່ການພົບປະກໍ່ຖືວ່າ ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ-ສ. ເກົາຫຼີ ນັບມື້ນັບພັດທະນາຢ່າງແຮງ; ພ້ອມກັນນັ້ນ, ການພົບປະແລກປ່ຽນປະຊາຊົນ ກໍ່ໄດ້ດຳເນີນຢ່າງຟົດຟື້ນ; ໃນນັ້ນພົ້ນເດັ່ນແມ່ນບົດບາດຂອງສະມາຄົມມິດຕະພາບຫວຽດນາມ-ສ. ເກົາຫຼີ ແລະສະມາຄົມມິດຕະພາບ ສ. ເກົາຫຼີ-ຫວຽດນາມ. ຜູ້ຕາງໜ້າບັນດາອົງການຈັດຕັ້ງປາດຖະໜາວ່າ ໃນໄລຍະຈະມາເຖິງທ່ານ ຫງວຽນຊວນຟຸກ ແລະບັນດາອົງການກ່ຽວຂ້ອງ ຈະເອົາໃຈໃສ່, ສະໜັບສະໜູນບັນດາການເຄື່ອນໄຫວຂອງ ປະຊາຄົມຊາວ ສ. ເກົາຫຼີ ຢູ່ຫວຽດນາມ; ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຫວຽດນາມ, ສ້າງເງື່ອນໄຂສະດວກກວ່າອີກ ເພື່ອໃຫ້ບັນດາ ວິສາຫະກິດ ສ. ເກົາຫຼີ ດຳເນີນທຸລະກິດ, ລົງທຶນຢູ່ຫວຽດນາມ.

ທ່ານ ຫງວຽນຊວນຟຸກ ຢັ້ງຢືນວ່າ ລັດຫວຽດນາມ ຍາມໃດກໍ່ເອົາໃຈໃສ່, ປົກປ້ອງຜົນປະໂຫຍດອັນຊອບທຳ ກໍ່ຄືສ້າງເງື່ອນໄຂສະດວກເພື່ອໃຫ້ປະຊາຄົມ ຊາວ ສ. ເກົາຫຼີ ອຸ່ນອຽນໃຈດຳລົງຊີວິດ, ເຮັດວຽກ ແລະຮ່ຳຮຽນຢູ່ຫວຽດນາມ; ສະແດງຄວາມປິຕິຊົມຊື່ນເມື່ອປະຊາຄົມ ສ. ເກົາຫຼີ ຢູ່ຫວຽດນາມ ດຳລົງຊີວິດ ແລະເຮັດວຽກເປັນປົກກະຕິ, ມີຄວາມຜາສຸກ, ດຳເນີນທຸລະກິດປະສົບຜົນສຳເລັດ, ປະກອບສ່ວນຊຸກຍູ້ການພົວພັນມິດຕະພາບ, ການຮ່ວມມືຢ່າງໝັ້ນແກ່ນລະຫວ່າງສອງປະເທດ.

ໂດຍ: ແສງເດືອນ