ທ່ານ ດັ້ງຮວ່າງຢາງ ຕີລາຄາສູງຕໍ່ໝາກຜົນ ແລະການປະກອບສ່ວນຂອງຄະນະຜູ້ຕາງໜ້າ ສປປ ລາວ ທີ່ບັນດາເວທີປາໄສຫຼາຍຝ່າຍຂອງ ສປຊ ໃນໄລຍະຜ່ານມາ, ປະກອບສ່ວນຕັ້ງໜ້າຍົກສູງຖານະຕໍາແໜ່ງຂອງລາວ ແລະອາຊຽນ ໃນເວທີສາກົນ. ທ່ານ ດັ້ງຮວ່າງຢາງ ຢັ້ງຢືນວ່າ ຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນກັບຄະນະຜູ້ຕາງໜ້າ ສປປ ລາວ ທີ່ບັນດາອົງການຫຼາຍຝ່າຍຂຶ້ນກັບ ສປຊ, ປະກອບສ່ວນປັບປຸງສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ-ລາວ.

leftcenterrightdel
ທ່ານ ດັ້ງຮວ່າງຢາງ, ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈໍາ ສປຊ. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານ ອານຸພາບ ວົງໜໍ່ແກ້ວ, ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າລາວ ປະຈໍາ ສປຊ ສະແດງຄວາມນັບຖືຢ່າງຈິງໃຈຕໍ່ອາລົມຈິດແຫ່ງຄວາມຮັກແພງຖານສະຫາຍອ້າຍນ້ອງແບບພິເສດສະໜິດແໜ້ນຂອງຄະນະຜູ້ຕາງໜ້າຫວຽດນາມ, ພ້ອມທັງຢັ້ງຢືນວ່າ ຈະສືບຕໍ່ຮັດແໜ້ນນໍ້າໃຈສາມັກຄີ ແລະການສົມທົບຢ່າງແໜ້ນແຟ້ນລະຫວ່າງສອງຄະນະຜູ້ຕາງໜ້າທີ່ ສປຊ.

ໂດຍ: ທູຈາງ