ທີ່ການຕ້ອນຮັບ, ທ່ານ ຟ້າມມິງຈີ໊ງ ໃຫ້ຮູ້ວ່າ ຫວຽດນາມ ຢຶດໝັ້ນເປົ້າໝາຍຄວບຄຸມໄພເງິນເຟີ້, ຮັກສາເສດຖະກິດມະຫາພາກໃຫ້ໝັ້ນທ່ຽງ, ຊຸກຍູ້ການເຕີບໂຕ ແລະຮັບປະກັນຄວາມດຸນດ່ຽງໃຫຍ່ຂອງພື້ນຖານເສດຖະກິດ; ປະຕິບັດນະໂຍບາຍເງິນຕາຢ່າງລະມັດລະວັງ, ແນ່ນອນ, ຮັບປະກັນລັກສະນະເປັນເຈົ້າການ, ຄວາມມີໄຫວພິບ ແລະປະສິດທິຜົນ; ສ້າງໂຄງປະກອບຄືນໃໝ່ ແລະຫັນຕະຫຼາດ, ຜະລິດຕະພັນ, ລະບົບຕອບສະໜອງໃຫ້ເປັນຫຼາຍຮູບຫຼາຍແບບ, ເປີດກວ້າງຕະຫຼາດສົ່ງອອກໃໝ່...

leftcenterrightdel
ທ່ານ ຟ້າມມິງຈີ໊ງ ນາຍົກລັດຖະມົນຕີຫວຽດນາມ ຕ້ອນຮັບທ່ານນາງ Era Dabla-Norris ຫົວໜ້າຄະນະຕິດຕາມກວດກາຂອງກອງທຶນເງິນຕາສາກົນ (IMF). ພາບ: ສໍານັກຂ່າວສານຫວຽດນາມ

ທ່ານ ຟ້າມມິງຈີ໊ງ ສະເໜີໃຫ້ IMF ໃຫ້ບຸລິມະສິດໜູນຊ່ວຍຫວຽດນາມ; ເພີ່ມທະວີການເຄື່ອນໄຫວໃຫ້ຄຳປຶກສາດ້ານນະໂຍບາຍໃຫ້ແກ່ລັດຖະບານ ແລະບັນດາອົງການທີ່ກ່ຽວຂ້ອງກັບການບໍລິຫານເສດຖະກິດ, ຮັບມືກັບຄວາມສ່ຽງທີ່ເພີ່ມຂຶ້ນໃນປະຈຸບັນ; ສືບຕໍ່ສະໜອງລາຍການກໍ່ສ້າງ, ໜູນຊ່ວຍດ້ານເຕັກນິກໃຫ້ຂົງເຂດຄຸ້ມຄອງເສດຖະກິດ; ຕັ້ງໜ້າໜູນຊ່ວຍຫວຽດນາມ ໃນການພັດທະນາເສດຖະກິດສີຂຽວ, ການຫັນປ່ຽນພະລັງງານ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະການຫັນປ່ຽນດີຈີຕອນ, ພັດທະນາເສດຖະກິດດີຈີຕອນ, ການຄ້າເອເລັກໂຕນິກ...

leftcenterrightdel
ທ່ານ ຟ້າມມິງຈີ໊ງ ນາຍົກລັດຖະມົນຕີຫວຽດນາມ ແລະທ່ານນາງ Era Dabla-Norris ຫົວໜ້າຄະນະຕິດຕາມກວດກາຂອງກອງທຶນເງິນຕາສາກົນ (IMF). ພາບ: ສໍານັກຂ່າວສານຫວຽດນາມ

ສ່ວນທ່ານນາງ Era Dabla-Norris ກໍ່ຕີລາຄາສູງບັນດານະໂຍບາຍເງິນຕາ ແລະປີການເງິນຂອງຫວຽດນາມ, ໃນນັ້ນມີນະໂຍບາຍໜູນຊ່ວຍດ້ານພາສີອາກອນ, ຄ່າທຳນຽມເພື່ອຫຼຸດຜ່ອນການແບກຫາບພາລະຂອງຄອບຄົວ ແລະວິສາຫະກິດ; ທ່ານນາງ ສະເໜີກັບຫວຽດນາມ ວ່າ ຄວນສົມທົບບັນດານະໂຍບາຍມະຫາພາກຢ່າງລະມັດລະວັງ, ຄົບຊຸດ, ເປັນເອກະພາບ ແລະສະເໝີຕົ້ນສະເໝີປາຍ, ປະຕິບັດການສື່ສານນະໂຍບາຍເພື່ອຄຸ້ມຄອງຄວາມສ່ຽງ ແລະຫຼຸດຜ່ອນຜົນກະທົບຈາກການຄັດເລືອກນະໂຍບາຍ; ຜັນຂະຫຍາຍໂຄງການຟື້ນຟູ ແລະພັດທະນາໃຫ້ເປັນຢ່າງດີ.

ໂດຍ: ເຈິ່ນຮວ່ຽນ