ທີ່ການຕ້ອນຮັບ, ທ່ານ ຫງວຽນວັນເນນ ເນັ້ນໜັກວ່າ ການພົວພັນລະຫວ່າງນະຄອນໂຮ່ຈີມິນ ແລະກູບາ ໄດ້ຮັບການຮັກສາ ແລະພັດທະນາຢ່າງດີງາມ, ເປັນຕົ້ນແມ່ນໃນຂົງເຂດແລກປ່ຽນການຄ້າສອງຝ່າຍ; ຄວາມສາມາດບົ່ມຊ້ອນຮ່ວມມືພັດທະນາລະຫວ່າງສອງຝ່າຍຍັງມີຫຼາຍຢູ່, ຄື: ຂົງເຂດສົ່ງເສີມການຄ້າ, ການທ່ອງທ່ຽວ, ສາທາລະນະສຸກ, ການສຶກສາ-ກໍ່ສ້າງພະນັກງານຂະແໜງສາທາລະນະສຸກ... ທ່ານ ຫງວຽນວັນເນນ ເຊື່ອໝັ້ນວ່າ ດ້ວຍຄວາມມານະພະຍາຍາມ, ຄວາມຕັດສິນໃຈລວມຂອງທັງສອງຝ່າຍ, ໃນໄລຍະຈະມາເຖິງ, ນະຄອນໂຮ່ຈີມິນ ຈະມີຫຼາຍກາລະໂອກາດເພີ່ມທະວີຮ່ວມມືຢ່າງແທດຈິງ, ມີປະສິດທິຜົນກັບກູບາ, ປະກອບສ່ວນເພີ່ມພູນຄູນສ້າງ, ປັບປຸງ ແລະພັດທະນາການພົວພັນມິດຕະພາບແບບພິເສດລະຫວ່າງສອງປະເທດ.

leftcenterrightdel
ທ່ານ ຫງວຽນວັນເນນ ເລຂາພັກນະຄອນໂຮ່ຈີມິນ ຕ້ອນຮັບທ່ານນາຍົກລັດຖະມົນຕີກູບາ Manuel Marrero Cruz. ພາບ: ຊວນຢຸຍ.

ທ່ານ Manuel Marrero Cruz ຕີລາຄາສູງຄວາມສາມາດບົ່ມຊ້ອນພັດທະນາເສດຖະກິດຂອງນະຄອນໂຮ່ຈີມິນ ແລະເຫັນດີເປັນເອກະພາບຕໍ່ຂໍ້ສະເໜີຮ່ວມມືຂອງທ່ານເລຂາພັກນະຄອນ, ໂດຍຢັ້ງຢືນວ່າ ກູບາ ປາດຖະໜາຢາກເພີ່ມທະວີການຮ່ວມມືກັບນະຄອນໂຮ່ຈີມິນ ໃນຂົງເຂດທີ່ມີຄວາມສາມາດບົ່ມຊ້ອນ, ຄື: ເຕັກໂນໂລຢີສູງ, ເຕັກໂນໂລຢີເຄມີການຢາ... ທ່ານນາຍົກລັດຖະມົນຕີກູບາ ແບ່ງປັນຄວາມເປັນກຽດທີ່ໄດ້ຮັບຫຼຽນໄຊໂຮ່ຈີມິນ ໂດຍລັດຫວຽດນາມ ຫາກໍ່ມອບໃຫ້ ແລະສະແດງຄວາມເຊື່ອໝັ້ນ, ຄວາມຮັບຜິດຊອບໃນການຫັນຂໍ້ຕົກລົງທີ່ສອງປະເທດໄດ້ລົງນາມເພື່ອໃຫ້ປະກົດຜົນເປັນຈິງ, ປະກອບສ່ວນຮັດແໜ້ນການພົວພັນທີ່ດີງາມລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດ.

ໂດຍ: ຈາງຫງວຽນ