ທ່ານປະທານສະພາແຫ່ງຊາດຫວຽດນາມ ສະແດງຄວາມປິຕິຊົມຊື່ນເມື່ອເຫັນວ່າ ຫວຽດນາມ ແລະໄທ ເວົ້າລວມ, ອົງການນິຕິບັນຍັດສອງປະເທດເວົ້າສະເພາະ ມີການພົວພັນອັນດີງາມ, ສະໜິດສະໜົມ ແລະຍາວນານ.  ການຮ່ວມມືດ້ານເສດຖະກິດລະຫວ່າງສອງປະເທດ ພວມດໍາເນີນທີ່ຕັ້ງໜ້າ ແລະນັບມື້ນັບເຂົ້າສູ່ລວງເລິກ. ປະຈຸບັນ, ໄທ ແມ່ນຄູ່ຮ່ວມມືການຄ້າໃຫຍ່ທີ່ສຸດຂອງຫວຽດນາມ ໃນອາຊຽນ ແລະແມ່ນນັກລົງທຶນໃຫຍ່ອັນດັບ 2 ຂອງອາຊຽນ.

leftcenterrightdel
ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫວ້ ຕ້ອນຮັບທ່ານພົນເອກ Singsuk Singpai ຮອງປະທານຜູ້ທີໜຶ່ງສະພາສູງໄທ. ພາບ: qdnd.vn

ທ່ານ Singsuk Singpai ສະແດງຄວາມປິຕິຊົມຊື່ນຕໍ່ບັນດາຜົນງານຂອງຫວຽດນາມ, ໂດຍສະເພາະແມ່ນການຕ້ານການສໍ້ລາດບັງຫຼວງ; ທ່ານປາດຖະໜາວ່າ, ກຸ່ມສະມາຊິກລັດຖະສະພາມິດຕະພາບສອງປະເທດ ຈະສືບຕໍ່ເພີ່ມທະວີບັນດາການຢ້ຽມຢາມ, ພົບປະ, ແລກປ່ຽນບົດຮຽນການເຄື່ອນໄຫວ. ຕາມການມອບສິດຂອງປະທານສະພາແຫ່ງຊາດໄທ, ຕາງໜ້າສະພາສູງໄທ, ທ່ານ Singsuk Singpai ໄດ້ເຊີນທ່ານ ເວືອງດິ່ງເຫວ້ ເຂົ້າຮ່ວມເວທີປາໄສລັດຖະສະພາອາຊີ-ປາຊີຟິກ ຄັ້ງທີ 30 (APPF-30)  ຢູ່ໄທ ເຊິ່ງຈະຈັດຕັ້ງໃນເດືອນ ຕຸລາ ຈະມາເຖິງນີ້.

ດ້ວຍບົດບາດຂອງຕົນ, ສະພາແຫ່ງຊາດໄດ້ປະກາດໃຊ້ກົດໝາຍວ່າດ້ວຍການຕ້ານການສໍ້ລາດບັງຫຼວງ ເພື່ອສ້າງກອບນິຕິກໍາໃຫ້ແກ່ວຽກງານນີ້. ນະໂຍບາຍຂອງສະພາແຫ່ງຊາດທັງໝົດນີ້ ລ້ວນແຕ່ສຸມໃສ່ການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ສິ່ງຫຍໍ້ທໍ້, ໄປຄຽງຄູ່ກັບການປະຢັດ, ຕ້ານການຟຸມເຟືອຍ. ສະພາແຫ່ງຊາດຫວຽດນາມ ພວມສືບຕໍ່ປັບປຸງຄຸນນະພາບການເຄື່ອນໄຫວນິຕິບັນຍັດ, ຕິດຕາມກວດກາ ແລະຕັດສິນບັນດາບັນຫາສຳຄັນຂອງຊາດ ເພື່ອປະກອບສ່ວນເຂົ້າໃນການຕ້ານການສໍ້ລາດບັງຫຼວງ, ຟຸມເຟືອຍ, ສິ່ງຫຍໍ້ທໍ້ ແລະປະຕິບັດການປະຢັດ, ຕ້ານການຟຸມເຟືອຍຢ່າງມີປະສິດທິຜົນກວ່າອີກ.

ໂດຍ: ໄຊນີດາ