ກອງປະຊຸມດັ່ງກ່າວ ໄດ້ຈັດຂຶ້ນແບບໂດຍກົງຢູ່ສຳນັກງານລັດຖະບານ ແລະຜ່ານທາງອອນລາຍກັບ 63 ແຂວງ, ນະຄອນຂຶ້ນກັບສູນກາງ.

leftcenterrightdel
ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີຫວຽດນາມ ກ່າວຄຳເຫັນທີ່ກອງປະຊຸມ. ພາບ: ເຢືອງຢາງ.

ຜ່ານພຶດຕິກຳຕົວຈິງ ແລະຄຳເຫັນຂອງບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ, ກ່າວຄໍາເຫັນສະຫຼຸບກອງປະຊຸມ, ທ່ານ ຟ້າມມິງຈິງ ໃຫ້ຮູ້ວ່າ ການຍູ້ແຮງການປ່ອຍເງິນລົງທຶນສາທາລະນະ, ຜັນຂະຫຍາຍໂຄງການຟື້ນຟູ ແລະພັດທະນາເສດຖະກິດ-ສັງຄົມຢ່າງມີປະສິດທິຜົນ, 3 ໂຄງການເປົ້າໝາຍແຫ່ງຊາດ ແມ່ນໜ້າທີ່ສຳຄັນທີ່ສຸດ ແລະຮີບດ່ວນແນໃສ່ຟື້ນຟູຢ່າງໄວ ແລະພັດທະນາແບບຍືນຍົງ, ຮັກສາເສດຖະກິດມະຫາພາກໃຫ້ໝັ້ນທ່ຽງ, ປະຕິບັດບັນດາເປົ້າໝາຍພັດທະນາເສດຖະກິດ-ສັງຄົມໃນປີ 2022 ໃຫ້ສຳເລັດຜົນ. ສະນັ້ນ, ທ່ານ ຟ້າມມິງຈິງ ຮຽກຮ້ອງບັນດາກະຊວງ, ຂະແໜງການ ແລະທ້ອງຖິ່ນ ປັບປຸງລະບຽບການລົງທຶນໂຄງການຄາດຄະເນຈັດແຜນການລົງທຶນພາກລັດ ໄລຍະກາງ 2021-2025... ບັນດາກະຊວງ, ຂະແໜງການ ແລະທ້ອງຖິ່ນ ເພີ່ມທະວີວຽກງານຊີ້ນໍານໍາພາ, ແບ່ງຂັ້ນ, ແບ່ງອຳນາດ, ຮັບປະກັນມີໄຫວພິບ, ເປັນເຈົ້າການໃນການບໍລິຫານແຜນການ, ການຊີ້ນໍາຕິດພັນກັບການກວດກາ, ຊຸກຍູ້ ແລະຕີລາຄາ.

leftcenterrightdel
ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີຫວຽດນາມ ເປັນປະທານກອງປະຊຸມທົ່ວປະເທດກ່ຽວກັບການຍູ້ແຮງການປ່ອຍເງິນລົງທຶນສາທາລະນະ. ພາບ: ເຢືອງຢາງ.

ເປັນເຈົ້າການປະກາດໃຊ້ແຜນການ ແລະມາດຕະການແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຂັດ...; ຍູ້ແຮງຄວາມຄືບໜ້າການລົງມືກໍ່ສ້າງກິດຈະກຳ, ໂຄງການ; ຍູ້ແຮງການປະຕິຮູບລະບຽບການບໍລິຫານ, ຍູ້ແຮງການປະຕິຮູບລະບຽບການບໍລິຫານ, ນຳໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານໃນການແກ້ໄຂລະບຽບການບໍລິຫານກ່ຽວກັບການລົງທຶນສາທາລະນະ; ເພີ່ມທະວີວຽກງານກວດກາການປ່ອຍເງິນລົງທຶນສາທາລະນະ. ພິເສດແມ່ນຕ້ອງເພີ່ມທະວີວຽກງານກວດກາ, ກວດສອບບັນຊີ, ຕິດຕາມກວດກາ, ປະຕິບັດລະບຽບວິໄນ, ໃນການຄຸ້ມຄອງລົງທຶນສາທາລະນະ; ຄວບຄຸມເປົ້າໝາຍ, ນຳໃຊ້ເງິນລົງທຶນສາທາລະນະຢ່າງແໜ້ນແຟ້ນ ແລະມີປະສິດທິຜົນເພື່ອຮັບປະກັນເປີດເຜີຍ, ກະຈ່າງແຈ້ງ, ປ້ອງກັນ, ຕ້ານສໍ້ລາດບັງຫຼວງ ແລະຜົນປະໂຫຍດຂອງກຸ່ມ.

ໂດຍ: ເຈິ່ນຮວ່ຽນ