leftcenterrightdel
ປະທານປະເທດ ຫງວຽນຊວນຟຸກ ກ່າວຄໍາເຫັນທີ່ການເຮັດວຽກ. ພາບ: ສໍານັກຂ່າວສານຫວຽດນາມ.

ກ່າວຄໍາເຫັນທີ່ການເຮັດວຽກ, ທ່ານປະທານປະເທດ ຫງວຽນຊວນຟຸກ ສະເໜີໃຫ້ແຂວງດົ່ງນາຍ ຄວນມີວິໄສທັດໃໝ່, ຄວາມຄາດຫວັງໃໝ່ໃນເງື່ອນໄຂໃໝ່ໃນປັດຈຸບັນ, ໃນເງື່ອນໄຂວິທະຍາສາດເຕັກໂນໂລຢີ, ປ່ຽນແປງໃໝ່ປະດິດສ້າງຂອງປະເທດ. ຖ້າບໍ່ມີຄວາມຄາດຫວັງ ແລະບໍ່ແກ້ໄຂຂໍ້ຕິດຂັດຢູ່ພາຍໃນນັ້ນ ດົ່ງນາຍ ຈະບໍ່ມີບາດກ້າວພັດທະນາໃໝ່, ຊໍ້າບໍ່ໜໍາອາດຈະຖືກຫຼ້າຫຼັງໃນອະນາຄົດໃກ້ໆນີ້. ສະນັ້ນ, ທ່ານປະທານປະເທດ ຖືວ່າ ດົ່ງນາຍ ຄວນສູ້ຊົນກາຍເປັນບ່ອນມີ “3 ໜ້າ”: ໜ້າເຮັດວຽກ, ໜ້າດໍາລົງຊີວິດ ແລະໜ້າຢູ່. “ໜ້າເຮັດວຽກ” ແມ່ນບ່ອນສາມາດສ້າງຫຼາຍວຽກເຮັດງານທໍາ, ສ້າງລາຍຮັບສູງມາໃຫ້ປະຊາຊົນ. “ໜ້າດໍາລົງຊີວິດ” ແມ່ນບ່ອນຜູ້ອອກແຮງງານໄດ້ຮັບການຊົມໃຊ້ລະບຽບການດ້ານວັດທະນະທໍາ, ການບັນເທີງ, ມີຄວາມເທົ່າທຽມກັນລະຫວ່າງການດໍາລົງຊີວິດ ແລະວຽກເຮັດງານທໍາ. “ໜ້າຢູ່” ແມ່ນຕ້ອງມີບັນດາໂຄງການເຮືອນຢູ່ສັງຄົມ, ຊ່ວຍກໍາມະກອນ 1 ລ້ານຄົນມີເຮືອນຢູ່, ມີຊີວິດປົກກະຕິ ແລະຢູ່ສະບາຍຍຸຖ່າງທໍາມາຫາກິນ.

leftcenterrightdel
ບັນຍາກາດທີ່ການເຮັດວຽກ. ພາບ: ສໍານັກຂ່າວສານຫວຽດນາມ.

ປະທານປະເທດ ສະເໜີໃຫ້ແຂວງດົ່ງນາຍ ຄວນຊອກຫາກໍາລັງໜູນ, ຮູບແບບເຕີບໂຕໃໝ່. ພ້ອມກັບຮຽກຮ້ອງສືບຕໍ່ຍູ້ແຮງການດຶງດູດ FDI, ທ່ານປະທານປະເທດ ຖືວ່າ ປັດໄຈສໍາຄັນຍັງແມ່ນຍຸດທະສາດພັດທະນາເສດຖະກິດພາກເອກະຊົນພາຍໃນປະເທດ ແລະເສດຖະກິດຮ່ວມມືຕາມເນື້ອໃນຈິດໃຈມະຕິຂອງພັກ. ຄຽງຂ້າງນັ້ນ, ການຫັນເປັນຕົວເມືອງຕ້ອງກາຍເປັນກໍາລັງໜູນພັດທະນາສໍາຄັນຂອງດົ່ງນາຍ, ໃຫ້ສົມກັບການພັດທະນາຂອງອຸດສາຫະກໍາ, ສ້າງສະພາບແວດລ້ອມດຳລົງຊີວິດທີ່ດີໃຫ້ແກ່ປະຊາຊົນ, ໂດຍສະເພາະແມ່ນກໍາມະກອນ.

ຈາກທ່າແຮງມີສະໜາມບິນ ລອງແທ່ງ ທີ່ກໍາລັງຜັນຂະຫຍາຍ, ດົ່ງນາຍ ກໍຄວນສືບຕໍ່ຍູ້ແຮງການພັດທະນາໂຄງລ່າງ ແລະສ້າງການເຊື່ອມຕໍ່ໂຄງລ່າງໃນເຂດ, ຄົ້ນຄວ້າສ້າງສະຖານທີ່ພັດທະນາໃໝ່ ຄືຕົວເມືອງສະໜາມບິນ, ບັນດາເຂດເຊື່ອມຕໍ່ກັບທ່າເຮືອ ກ໊າຍແມັບ, ທິວ໋າຍ, ເຊື່ອມຕໍ່ກັບນະຄອນໂຮ່ຈີມິນ.

ໂດຍ: ໄຊຊະນະ