ຕອນບ່າຍວັນທີ 1 ກໍລະກົດ, ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫ້ວ ແລະຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດຫວຽດນາມ ໄດ້ກັບມາຮອດຮ່າໂນ້ຍ, ສິ້ນສຸດການຢ້ຽມຢາມທາງການຮຸງກາຣີ, ລາຊະອານາຈັກອັງກິດ ແລະໄອແລນເໜືອ ໃນລະຫວ່າງວັນທີ 26-30 ມິຖຸນາ ຢ່າງຈົບງາມ, ຕາມຄຳເຊື້ອເຊີນຂອງທ່ານປະທານສະພາແຫ່ງຊາດຮຸງກາຣີ Laszlo Kover, ທ່ານປະທານສະພາຕ່ຳອັງກິດ Lindsay Hoyle ແລະທ່ານປະທານສະພາສູງອັງກິດ John Mcfall.

leftcenterrightdel
ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫ້ວ. ພາບ: ສໍານັກຂ່າວສານຫວຽດນາມ

ການຢ້ຽມຢາມແມ່ນເພື່ອແນໃສ່ສືບຕໍ່ຜັນຂະຫຍາຍແນວທາງການຕ່າງປະເທດຂອງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ, ຮັກສາ ແລະເຮັດໃຫ້ການພົວພັນຮ່ວມມືສອງຝ່າຍເລິກເຊິ່ງຂຶ້ນຕື່ມ; ຢືນຢັນການຖືເປັນສຳຄັນຂອງຫວຽດນາມ ສຳລັບການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ - ຮຸງກາຣີ ແລະການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ - ລາຊະອານາຈັກອັງກິດ ແລະໄອແລນເໜືອ.

ການຢ້ຽມຢາມ ກໍ່ເປັນການສະແດງໃຫ້ເຫັນຄວາມເອົາໃຈໃສ່ຂອງພັກ ແລະລັດ ສຳລັບປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ, ຜັນຂະຫຍາຍບົດສະຫຼຸບເລກທີ 12 ຂອງກົມການເມືອງ ກ່ຽວກັບວຽກງານຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ໃນສະພາບການໃໝ່.

ຂ່າວ: ວິທະຍຸກະຈາຍສຽງຫວຽດນາມ