ປະທານປະເທດ ຍ້ອງຍໍຊົມເຊີຍທີມຊາດບານເຕະຍິງຫວຽດນາມ ທີ່ໄດ້ແຂ່ງຂັນ, ອຸທິດຈົນສຸດຄວາມສາມາດຂອງຕົນ, ດ້ວຍຈິດໃຈລວມໝູ່ ເພື່ອໃຫ້ຫົວໜ້າທີມ ຮວິ່ງຍື ຍິງ “ປະຕູລູກຄໍາ” ໃນນາທີ 59 ຂອງການແຂ່ງຂັນ, ຊ່ວຍໃຫ້ທີມຊາດບານເຕະຍິງຫວຽດນາມ ປ້ອງກັນແຊ້ມບານເຕະຍິງ ຊີເກມ 3 ສະໄໝຕິດຕໍ່ກັນສໍາເລັດ. ນີ້ກໍ່ແມ່ນຫຼຽນຄໍາຄັ້ງທີ 7 ຂອງທີມຊາດບານເຕະຍິງຫວຽດນາມ ຢູ່ ຊີເກມ.

ທ່ານ ຫງວຽນຊວນຟຸກ ຂອບໃຈແຟນບານກິລາບານເຕະຍິງ ທີ່ໄດ້ມາຊົມມາເຊຍ, ໃຫ້ກໍາລັງໃຈ, ດ້ວຍຄວາມຮັກ, ຄວາມນິຍົມກິລາ ແລະຄວາມເອກອ້າງທະນົງໃຈແຫ່ງຊາດອັນໄດ້ສ້າງເປັນທຸງແດງດາວເຫຼືອງຂະໜາດໃຫຍ່ຢູ່ສະໜາມກິລາ ເກິມຝາ (ກວ໋າງນິງ) ແລະຫຼາຍແຂວງ, ນະຄອນ ໃນທົ່ວປະເທດ, ສ້າງເປັນກໍາລັງແຮງດ້ານຈິດໃຈເພື່ອໃຫ້ນັກເຕະຍິງທີມຊາດຫວຽດນາມໄດ້ຮັບຊະນະໃນການແຂ່ງຂັນບານເຕະແຕ່ລະນັດ, ພິເສດແມ່ນຄວ້າໄດ້ຫຼຽນຄຳໃນການຊີງຊະນະເລີດ ນໍາກຽດສະຫງ່າມາໃຫ້ປະເທດຊາດ, ຄວາມມ່ວນຊື່ນໃຫ້ແກ່ແຟນບານ ແລະອີກເທື່ອໜຶ່ງນໍາເອົາຄວາມເອກອ້າງທະນົງໃຈມາໃຫ້ບານເຕະຍິງຫວຽດນາມ.

leftcenterrightdel
ທີມຊາດບານເຕະຍິງຫວຽດນາມ ສະຫຼອງໄຊຊະນະເມື່ອຄວ້າຫຼຽນຄໍາຊີເກມ 31. ພາບ: ຈ້ອງຫາຍ.

ຕອນຄໍ່າວັນທີ 21 ພຶດສະພາ, ພາຍຫຼັງທີມຊາດບານເຕະຍິງຫວຽດນາມ ຄວ້າຫຼຽນຄໍາ ຊີເກມ 31, ທ່ານ ຟ້າມມິງຈີ໊ງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ໄດ້ສົ່ງຈົດໝາຍອວຍພອນ. ໃນຈົດໝາຍ, ທ່ານນາຍົກລັດຖະມົນຕີ ແບ່ງປັນວ່າ: “ຂ້າພະເຈົ້າ ຮູ້ສຶກດີໃຈເມື່ອທີມຊາດບານເຕະຍິງຫວຽດນາມ ໄດ້ປ້ອງກັນແຊ້ມບານເຕະຍິງ ສະໄໝທີ 7 ທີ່ຊີເກມ 31 ສຳເລັດ, ໃນນັ້ນມີ 3 ສະໄໝຕິດຕໍ່ກັນ. ກ່ອນນີ້ກວ່າສອງເດືອນ, ເມື່ອພົບປະອວຍພອນ ແລະຍ້ອງຍໍຊົມເຊີຍທີມຊາດບານເຕະຍິງ ທີ່ໄດ້ສ້າງຜົນງານດີເດັ່ນ ເມື່ອເຂົ້າຮ່ວມ World Cup 2023 ຄັ້ງທຳອິດ. ຂ້າພະເຈົ້າ ໄດ້ອວຍພອນ “ບັນດາສາວເພັດ” ແລະ”ຄູຝຶກເພັດ” ຂອງກິລາຫວຽດນາມ ຍາດໄດ້ຜົນງານສູງສຸດ ເມື່ອຫວຽດນາມ ເປັນເຈົ້າພາບຈັດຊີເກມ 31. ດ້ວຍຄຸນນະທາດ, ຄວາມຕັດສິນໃຈ, ພູມປັນຍາ, ຈິດໃຈເພື່ອກຽດສັກສີຂອງປະເທດຊາດ, ທີມຊາດບານເຕະຍິງ ອີກເທື່ອໜຶ່ງໄດ້ຮັບຊະນະເລີດ ແລະປະກອບຫຼຽນຄໍາຕື່ມອີກຫຼຽນໜຶ່ງໃນຈໍານວນ 391 ຫຼຽນຊີເກມຂອງທັບນັກກິລາຫວຽດນາມ ໃນມື້ນີ້.

ຫຼຽນຄໍາຂອງທີມຊາດບານເຕະຍິງ ກໍຄືປະເພດກິລາອື່ນໆ ແມ່ນບັນດາເລື່ອງລາວກ່ຽວກັບການເສຍສະຫຼະ, ຜ່ານຜ່າຄວາມຫຍຸ້ງຍາກ, ມານະຈິດ, ອັນໄດ້ແຜ່ຂະຫຍາຍບັນດາຄຸນຄ່າອັນດີງາມເຖິງວົງຄະນາຍາດ. ເມືອທຸງຊາດໄດ້ຊັກຂຶ້ນ ແລະເພງຊາດດັງຂຶ້ນໃນຂະນະມອບຫຼຽນນັ້ນ, ພວກເຮົາແຕ່ລະຄົນ ລ້ວນແຕ່ຮູ້ສຶກເອກອ້າງທະນົງໃຈ ແລະຢາກສະແດງຄວາມຂອບໃຈອັນເລິກເຊິ່ງມາຍັງບັນດານັກກິລາ, ຄູຝຶກ... ພ້ອມກັບຄວາມເອົາໃຈໃສ່ຂອງພັກ ແລະລັດ, ຂ້າພະເຈົ້າ ຮຽກຮ້ອງບັນດາອົງການຈັດຕັ້ງ, ບຸກຄົນ ແລະວິສາຫະກິດ ສືບຕໍ່ເອົາໃຈໃສ່, ສະໜັບສະໜູນ ແລະໜູນຊ່ວຍບັນດາທີມຊາດກິລາຂອງປະເທດເຮົາ. ນາຍົກລັດຖະມົນຕີ ຈະມີການພົບປະສັງສັນກັບໝູ່ຄະນະ ແລະບຸກຄົນທີ່ຄວ້າໄດ້ຫຼຽນພາຍຫຼັງສິ້ນສຸດຊີເກມ 31 ເພື່ອອວຍພອນທັບນັກກິລາຫວຽດນາມ.   

ອີກເທື່ອໜຶ່ງ ຂ້າພະເຈົ້າ ຊົມເຊີຍໄຊຊະນະຂອງທີມຊາດບານເຕະຍິງໃນມື້ນີ້. ໄຊຊະນະແມ່ນແຮງບັນດານໃຈທີ່ຕັ້ງໜ້າເພື່ອໃຫ້ທັບນັກກິລາຫວຽດນາມ ມີຄວາມຕັດສິນໃຈສູງກວ່າອີກຜ່ານຜ່າຕົນເອງ, ແນໃສ່ບັນລຸຜົນງານດີທີ່ສຸດໃນຊຸມວັນແຂ່ງຂັນຕໍ່ໜ້າ”.

ໂດຍ: ໄຊຊະນະ