leftcenterrightdel
ທ່ານ ເວືອງດິ່ງເຫວ້ ປະທານສະພາແຫ່ງຊາດຫວຽດນາມ ທີ່ສະໜາມບິນສາກົນວັດໄຕຢູ່ນະຄອນຫຼວງວຽງຈັນ. ພາບ: ສໍານັກຂ່າວສານຫວຽດນາມ.

ເຂົ້າຮ່ວມຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດຫວຽດນາມ ມີທ່ານ ຫງວຽນດຶກຫາຍ ຮອງປະທານສະພາແຫ່ງຊາດຫວຽດນາມ, ທ່ານ ບຸ່ຍວັນເກື່ອງ ເລຂາທິການໃຫຍ່ສະພາແຫ່ງຊາດ, ຫົວໜ້າຫ້ອງວ່າການສະພາແຫ່ງຊາດ, ທ່ານ ຫວູຫາຍຮ່າ ປະທານກໍາມາທິການການຕ່າງປະເທດຂອງສະພາແຫ່ງຊາດ, ທ່ານ ອີແທັງຮ່າ ເນຍກະດໍາ ປະທານສະພາຊົນເຜົ່າຂອງສະພາແຫ່ງຊາດ, ທ່ານ ຫວູຮົ່ງແທັງ ປະທານກໍາມາທິການເສດຖະກິດຂອງສະພາແຫ່ງຊາດ, ທ່ານ ເລເຕິ໊ນເຕີ໊ຍ ປະທານກໍາມາທິການປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂອງສະພາແຫ່ງຊາດ; ການນໍາຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມ, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນທີ່ມີເສັ້ນຊາຍແດນຕິດຈອດກັບ ລາວ ແລະການຮ່ວມມືແຮກສ່ຽວກັບບາງທ້ອງຖິ່ນຂອງລາວ.

ໂດຍ: ໄຊຊະນະ