ທີ່ການຕ້ອນຮັບ, ນາຍົກລັດຖະມົນຕີ ຕີລາຄາສູງບົດບາດ ແລະບັນດາການປະກອບສ່ວນຂອງກຸ່ມບໍລິສັດ  AstraZeneca ໃນການຕ້ານພະຍາດໂຄວິດ-19 ໃນຂອບເຂດທົ່ວໂລກ ແລະຢູ່ຫວຽດນາມ. ນາຍົກລັດຖະມົນຕີ ຊົມເຊີຍບໍລິສັດ AstraZeneca ຫວຽດນາມ ທີ່ໄດ້ສົມທົບກັນຢ່າງແໜ້ນແຟ້ນ, ມີປະສິດທິຜົນກັບກະຊວງສາທາລະນະສຸກ, ກະຊວງການຕ່າງປະເທດ ແລະບັນດາອົງການກ່ຽວຂ້ອງເພື່ອສຳເລັດກ່ອນເວລາກຳນົດໃນຄຳໝັ້ນສັນຍາສະໜອງວັກຊິນ 30 ລ້ານໂດສ ເພື່ອປ້ອງກັນພະຍາດໂຄວິດ-19 ໃຫ້ຫວຽດນາມ ໃນປີ 2021, ປະກອບສ່ວນຊ່ວຍຫວຽດນາມ ຜັນຂະຫຍາຍຍຸດທະສາດວັກຊິນໃຫ້ປະສົບຜົນສຳເລັດ, ຫັນສູ່ສະພາບຮັບມືຢ່າງມີໄຫວພິບ, ປອດໄພ ແລະຄວບຄຸມພະຍາດໂຄວິດ-19 ຢ່າງມີປະສິດທິຜົນ.

leftcenterrightdel
ນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ທີ່ການຕ້ອນຮັບທ່ານ Nitin Kapoor ປະທານທັງເປັນຜູ້ອຳນວຍການໃຫຍ່ບໍລິສັດ AstraZeneca ຫວຽດນາມ. ພາບ: ສຳນັກຂ່າວສານຫວຽດນາມ.

ທ່ານ Nitin Kapoor ໄດ້ລາຍງານກ່ຽວກັບວຽກງານຜັນຂະຫຍາຍບັນດາຂໍ້ຕົກລົງທີ່ບັນລຸໄດ້ທີ່ການເຮັດວຽກລະຫວ່າງນາຍົກລັດຖະມົນຕີ ແລະຜູ້ອຳນວຍການໃຫຍ່ກຸ່ມບໍລິສັດ AstraZeneca ທົ່ວໂລກໃນຂອບເຂດການຢ້ຽມຢາມເຮັດວຽກຂອງນາຍົກລັດຖະມົນຕີ ຢູ່ລາຊະອານາຈັກອັງກິດ ໃນເດືອນພະຈິກ ຜ່ານມາ. ພາຍໃຕ້ການໃຫ້ກຳລັງໃຈ, ສ້າງເງື່ອນໄຂຂອງລັດຖະບານຫວຽດນາມ ແລະບັນດາກະຊວງ, ຂະແໜງການກ່ຽວຂ້ອງ, ກຸ່ມບໍລິສັດ AstraZeneca ພວມຍູ້ໄວໂຄງການຖ່າຍຖອດເຕັກໂນໂລຢີຜະລິດວັກຊິນໃຫ້ຫວຽດນາມ.

ດ້ວຍຄວາມປາດຖະໜາຢາກປະກອບສ່ວນຫຼາຍກວ່າອີກໃຫ້ວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19, ສະແດງໃຫ້ເຫັນນ້ໍາໃຈຂອງກຸ່ມບໍລິສັດທີ່ມີຕໍ່ລັດຖະບານ ແລະປະຊາຊົນຫວຽດນາມ, ທ່ານ Nitin Kapoor ໃຫ້ຮູ້ວ່າ ກຸ່ມບໍລິສັດພວມພິຈາລະນາສືບຕໍ່ຫຼຸດລາຄາວັກຊິນໃຫ້ຫວຽດນາມ.

ສະແດງຄຳໝັ້ນສັນຍາຕໍ່ນາຍົກລັດຖະມົນຕີ, ຜູ້ອຳນວຍການ AstraZeneca ຫວຽດນາມ ຢັ້ງຢືນອີກເທື່ອໜຶ່ງວ່າ ຈະເສີມຂະຫຍາຍບົດບາດແມ່ນຜູ້ຕາງໜ້າຂອງກຸ່ມບໍລິສັດຢູ່ຫວຽດນາມ ແລະພາກພື້ນ, ຕັ້ງໜ້າຜັນຂະຫຍາຍບັນດາຂໍ້ຕົກລົງລະຫວ່າງລັດຖະບານຫວຽດນາມ ແລະ AstraZeneca, ຮ່ວມເດີນທາງ, ໜູນຊ່ວຍຫວຽດນາມ ກາຍເປັນສູນການຢາແຖວໜ້າຢູ່ໃນພາກພື້ນ.

ໂດຍ: ແສງເດືອນ