ຮອງນາຍົກລັດຖະມົນຕີສອງທ່ານໄດ້ພ້ອມກັນແລກປ່ຽນກ່ຽວກັບການພົວພັນສອງປະເທດ ແລະຫວນຄືນບັນດາໝາກຜົນທີ່ສອງຝ່າຍບັນລຸໄດ້ໃນຂອບເຂດກອງປະຊຸມ ຄັ້ງທີ 23 ຄະນະກໍາມະການລະຫວ່າງລັດຖະບານຫວຽດນາມ-ລັດເຊຍ ກ່ຽວກັບການຮ່ວມມືດ້ານເສດຖະກິດ-ການຄ້າ ແລະວິທະຍາສາດເຕັກນິກ, ທີ່ໄດ້ຈັດຕັ້ງຜ່ານລະບົບທາງໄກໃນທ້າຍເດືອນຕຸລາ ຜ່ານມາ; ພ້ອມທັງແລກປ່ຽນບັນດາມາດຕະການເພື່ອແນໃສ່ເພີ່ມທະວີການພົວພັນຮ່ວມມືໃນບັນດາຂົງເຂດໃນໄລຍະຈະມາເຖິງກວ່າອີກ.

ທ່ານ ເລວັນແທ່ງ ໃຫ້ຮູ້ວ່າບາງເນື້ອໃນທີ່ສອງຝ່າຍເຫັນດີເປັນເອກະພາບໃນຂອບເຂດກອງປະຊຸມໄດ້ຜັນຂະຫຍາຍມີໝາກຜົນໃນເບື້ອງຕົ້ນ, ປະກອບສ່ວນສໍາຄັນເຂົ້າໃນຜົນສຳເລັດຂອງການຢ້ຽມຢາມ ແລະເນື້ອໃນການໂອ້ລົມສົນທະນາລະຫວ່າງທ່ານ ຫງວຽນຊວນຟຸກ ປະທານປະເທດກັບທ່ານ Vladimir Putin ປະທານາທິບໍດີລັດເຊຍ, ກໍ່ຄືບັນດາການນໍາຂັ້ນສູງຕ່າງໆຂອງລັດເຊຍ.

leftcenterrightdel
ບັນຍາກາດທີ່ການໂອ້ລົມສົນທະນາ. ພາບ: ສໍານັກຂ່າວສານຫວຽດນາມ.

ຮອງນາຍົກລັດຖະມົນຕີສອງທ່ານຢັ້ງຢືນວ່າຈະມານະພະຍາຍາມຊີ້ນໍາບັນດາກະຊວງ, ຂະແໜງການສຸມໃສ່ຜັນຂະຫຍາຍບົດບັນທຶກກອງປະຊຸມ, ເສີມຂະຫຍາຍລັກສະນະປະສິດທິຜົນຂອງກົນໄກຮ່ວມມືຄະນະກໍາມະການລະຫວ່າງລັດຖະບານ, ໃນນັ້ນສຸມໃສ່ຂົງເຂດທີ່ເປັນປາຍແຫຼມ, ເປັນມູນເຊື້ອຄື ພະລັງງານ, ນ້ຳມັນອາຍແກັສ, ການຄ້າ, ການລົງທຶນ, ວິທະຍາສາດ-ເຕັກນິກ... ກໍ່ຄືເປີດກວ້າງການຮ່ວມມືໄປສູ່ຂົງເຂດທີ່ມີຄວາມສາມາດບົ່ມຊ້ອນໃໝ່ຄືພະລັງງານສະອາດ, ສາທາລະນະສຸກ, ໃນນັ້ນມີການປ້ອງກັນ, ຕ້ານພະຍາດໂຄວິດ-19.

ເນື່ອງໃນໂອກາດນີ້, ທ່ານ ເລວັນແທ່ງ ໄດ້ເຊີນທ່ານ Dmitry Chernyshenko ມາຢ້ຽມຢາມຫວຽດນາມ ໃນໄລຍະຈະມາເຖິງເພື່ອສືບຕໍ່ປຶກສາຫາລື ແລະເຫັນດີເປັນເອກະພາບຕໍ່ທິດທາງຊຸກຍູ້ການຮ່ວມມືຫວຽດນາມ-ລັດເຊຍ, ຕອບສະໜອງຄວາມຫວັງລໍຄອຍຂອງປະຊາຊົນ ແລະຜົນປະໂຫຍດຂອງສອງປະເທດ.

ພາຍຫຼັງການພົບປະ, ທ່ານ ເລວັນແທ່ງ ແລະທ່ານ Dmitry Chernyshenko ໄດ້ພ້ອມກັນເປັນສັກຂີພິຍານພິທີເຊັນບາງເອກະສານຮ່ວມມືລະຫວ່າງສອງປະເທດໃນຂົງເຂດພະລັງງານ, ນ້ຳມັນອາຍແກັສ, ວັດທະນະທໍາ, ສາທາລະນະສຸກ.

ໂດຍ: ຈາງຫງວຽນ