ຕາງໜ້າການນໍາພັກ, ລັດ, ປະທານປະເທດ ຫງວຽນຊວນຟຸກ ຊົມເຊີຍບັນດາທ່ານເອກອັກຄະລັດຖະທູດ, ຫົວໜ້າອົງການຜູ້ຕາງໜ້າ ເຊິ່ງພັກ, ລັດ ໄດ້ເຊື່ອໝັ້ນມອບໜ້າທີ່ສຳຄັນຢູ່ປະເທດຕ່າງໆໃນພາກພື້ນອາຊີ, ຕາເວັນອອກກາງ, ອາຟະລິກາ, ທະວີບມະຫາສະໝຸດ ແລະເນັ້ນໜັກວ່າ ນີ້ແມ່ນຄວາມເປັນກຽດອັນໃຫຍ່ຫຼວງ ແລະກໍ່ແມ່ນໜ້າທີ່ອັນສະຫງ່າລາສີ ເຊິ່ງພັກ, ລັດ ແລະປະຊາຊົນເຊື່ອໝັ້ນມອບໝາຍໃຫ້ບັນດາທ່ານເອກອັກຄະລັດຖະທູດ, ຫົວໜ້າອົງການຜູ້ຕາງໜ້າ.

leftcenterrightdel
ປະທານປະເທດຫວຽດນາມ ຫງວຽນຊວນຟຸກ ແລະບັນດາທ່ານເອກອັກຄະລັດຖະທູດ, ຫົວໜ້າອົງການຜູ້ຕາງໜ້າຫວຽດນາມ ປະຈຳ ຕ່າງປະເທດ ໄດ້ຮັບຂໍ້ຕົກລົງແຕ່ງຕັ້ງ. ພາບ: ສຳນັກຂ່າວສານຫວຽດນາມ.

ປະທານປະເທດ ເວົ້າວ່າ ໃນສະພາບພະຍາດໂຄວິດ-19 ໄດ້ເຮັດໃຫ້ປະເທດຕ່າງໆຕ້ອງມານະພະຍາຍາມຍູ້ແຮງການຍາດແຍ່ງລະດົມທຸກແຫຼ່ງກຳລັງທັງພາຍໃນ ແລະຕ່າງປະເທດ ເພື່ອຟື້ນຟູເສດຖະກິດ, ຈາກນັ້ນທ່ານ ຫງວຽນຊວນຟຸກ ສະເໜີບັນດາທ່ານເອກອັກຄະລັດຖະທູດ, ຫົວໜ້າອົງການຜູ້ຕາງໜ້າ ເສີມຂະຫຍາຍບົດບາດນຳໜ້າໃນການພົວພັນຕ່າງປະເທດຢ່າງແຮງ, ລະດົມທຸກແຫຼ່ງກຳລັງພາຍນອກ ເພື່ອຮັບໃຊ້ການພັດທະນາໃນທຸກດ້ານຂອງປະເທດ.

ຕາງໜ້າໃຫ້ບັນດາທ່ານເອກອັກຄະລັດຖະທູດ, ຫົວໜ້າອົງການຜູ້ຕາງໜ້າຫວຽດນາມ ປະຈຳ ຕ່າງປະເທດ, ທ່ານເອກອັກຄະລັດຖະທູດ ຫງວຽນແທັງຫາຍ ສະແດງຄວາມເປັນກຽດທີ່ໄດ້ຮັບໜ້າທີ່ ເຊິ່ງ ພັກ, ລັດ ມອບໝາຍໃຫ້; ພ້ອມທັງຮັບຟັງ, ຮັບເອົາໜ້າທີ່ ແລະຄຳສັ່ງຊີ້ນຳຂອງປະທານປະເທດ ເພື່ອສືບຕໍ່ປະຕິບັດນະໂຍບາຍພົວພັນຕ່າງປະເທດຂອງຫວຽດນາມ ເຊິ່ງໄດ້ລະບຸໄວ້ໃນມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ ຢ່າງມີປະສິດທິຜົນ ແລະມີໄຊ. ບັນດາທ່ານເອກອັກຄະລັດຖະທູດ, ຫົວໜ້າອົງການຜູ້ຕາງໜ້າ ຈະມານະພະຍາຍາມຈົນສຸດຄວາມສາມາດຂອງຕົນ, ມີໄຫວພິບ ແລະປັບຕົວເພື່ອເຮັດສຳເລັດໜ້າທີ່ທີ່ໄດ້ຮັບມອບໝາຍໃຫ້ເປັນຢ່າງດີ; ໃກ້ຊິດຕິດແທດກັບຄວາມຮຽກຮ້ອງພັດທະນາຂອງປະເທດ, ໃນນັ້ນມີການທູດວັກຊິນ, ຮັບປະກັນຜົນປະໂຫຍດຂອງປະເທດ.

ໂດຍ: ແສງເດືອນ