ທ່ານ ເວືອງດິ່ງເຫວ້ ໄດ້ຝາກຈົດໝາຍສະແດງຄວາມຂອບອົກຂອບໃຈມາຍັງ ທ່ານ Inara Murniece ປະທານສະພາແຫ່ງຊາດ ແລະບັນດາສະມາຊິກສະພາແຫ່ງຊາດລັດເວຍ; ພ້ອມທັງຊີ້ແຈ້ງວ່າ ກະຊວງການຕ່າງປະເທດ, ກະຊວງສາທາລະນະສຸກ ແລະບັນດາອົງການກ່ຽວຂ້ອງຂອງຫວຽດນາມ ພວມຜັນຂະຫຍາຍລະບຽບການທີ່ຈຳເປັນເພື່ອຊື້ ແລະຮັບເອົາວັກຊິນຈຳນວນດັ່ງກ່າວໃຫ້ໄວທີ່ສຸດ.

leftcenterrightdel
ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫວ້ ຫາກໍ່ຝາກຈົດໝາຍສະແດງຄວາມຂອບອົກຂອບໃຈທ່ານ Inara Murniece ປະທານສະພາແຫ່ງຊາດລັດເວຍ. ພາບ: ສຳນັກຂ່າວສານຫວຽດນາມ.

ທ່ານ ເວືອງດິ່ງເຫວ້ ສະແດງຄວາມປິຕິຊົມຊື່ນເມື່ອເຫັນວ່າ ການພົວພັນມິດຕະພາບທ່ີເປັນມູນຊື້ອ, ການຮ່ວມມືຫຼາຍດ້ານລະຫວ່າງຫວຽດນາມ ແລະລັດເວຍ, ລະຫວ່າງສະພາແຫ່ງຊາດສອງປະເທດ ໄດ້ຮັບການປັບປຸງ ແລະພັດທະນາດີງາມຢ່າງບໍ່ຢຸດຢັ້ງໃນຊຸມປີຜ່ານມາ. ທ່ານ ເວືອງດິ່ງເຫວ້ ຂຽນວ່າ “ເລື່ອງສະພາແຫ່ງຊາດລັດເວຍ ຊຸກຍູ້ເພື່ອໃຫ້ລັດຖະບານ ຕົກລົງມອບໂອນວັກຊິນຈຳນວນດັ່ງກ່າວໃຫ້ຫວຽດນາມ ໃນໄລຍະຫຍຸ້ງຍາກນີ້ແມ່ນການກະທຳອັນສູງສົ່ງ ເຊິ່ງສະພາແຫ່ງຊາດ, ລັດຖະບານ ແລະປະຊາຊົນລັດເວຍ ສະຫງວນໃຫ້ ຫວຽດນາມ”.

ໂດຍ: ແສງເດືອນ