ທີ່ການພົບປະ, ທ່ານ ຫງວຽນຊວນຟຸກ ຢັ້ງຢືນວ່າ ສະພາເອີລົບ (ອີຢູ) ແມ່ນໜຶ່ງໃນບັນດາຄູ່ຮ່ວມມືແຖວໜ້າໃນນະໂຍບາຍພົວພັນຕ່າງປະເທດຂອງຫວຽດນາມ, ທ່ານປາດຖະໜາຢາກເຮັດການພົວພັນກັບອີຢູ ມີຄວາມເລິກເຊິ່ງກວ່າອີກ, ໂດຍສະເພາະແມ່ນໃນສະພາບການສອງຝ່າຍໃກ້ຈະສະເຫຼີມສະຫຼອງ 10 ປີແຫ່ງການພົວພັນຄູ່ຮ່ວມມື ແລະຮ່ວມມືຮອບດ້ານໃນປີ 2022.

ທ່ານ ຫງວຽນຊວນຟຸກ ຂອບໃຈຕໍ່ການໜູນຊ່ວຍທີ່ແທດຈິງຂອງອີຢູ ໃຫ້ຫວຽດນາມ ເພື່ອແນໃສ່ຮັບມືກັບພະຍາດໂຄວິດ-19. ທ່ານປະທານປະເທດ ຫວັງວ່າ ອີຢູ ຈະສືບຕໍ່ເອົາໃຈໃສ່ໜູນຊ່ວຍຫວຽດນາມ ເຂົ້າເຖິງວັກຊິນ, ຢາປິ່ນປົວ ແລະອຸປະກອນການແພດ.

leftcenterrightdel
ທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ ແລະທ່ານ Charles Michel ປະທານສະພາເອີລົບ. ພາບ: ສໍານັກຂ່າວສານຫວຽດນາມ.

ການນໍາສອງທ່ານຕີລາຄາການຮ່ວມມືດ້ານເສດຖະກິດສືບຕໍ່ແມ່ນຈຸດພົ້ນເດັ່ນໃນການພົວພັນຫວຽດນາມ-ອີຢູ. ທ່ານ Charles Michel ປາດຖະໜາຢາກຮ່ວມມືກັບຫວຽດນາມ ໃນຂົງເຂດການປ່ຽນແປງຂອງດິນຟ້າອາກາດ. ເພື່ອສືບຕໍ່ຍູ້ແຮງການພົວພັນຮ່ວມມືຫຼາຍດ້ານ, ການນໍາສອງທ່ານເຫັນດີເປັນເອກະພາບນຳກັນວ່າ ສອງຝ່າຍຈະເຊື່ອມຕໍ່ການເຄື່ອນໄຫວແລກປ່ຽນຄະນະ ແລະພົບປະຄະນະທຸກຂັ້ນໂດຍໄວ, ເສີມຂະຫຍາຍປະສິດທິຜົນກົນໄກຮ່ວມມື, ເຈລະຈາທີ່ມີຢູ່ແລ້ວໃນປະຈຸບັນກວ່າອີກ ແລະມີມາດຕະການຊຸກຍູ້ການພົວພັນ. ທ່ານ ຫງວຽນຊວນຟຸກ ສະເໜີໃຫ້ທ່ານປະທານສະພາເອີລົບ ຊຸກຍູ້ບັນດາປະເທດສະມາຊິກອີຢູ ປັບປຸງລະບຽບການໃຫ້ສັດຕະຍະບັນສັນຍາປົກປ້ອງການລົງທຶນຫວຽດນາມ-ອີຢູ (EVIPA)ໃຫ້ສຳເລັດ.

ໂດຍ: ຈາງຫງວຽນ