ໃນການສົນທະນາທາງໂທລະສັບ, ທ່ານ ຫງວຽນຊວນຟຸກ ໄດ້ຂອບໃຈລັດຖະບານ ແລະປະຊາຊົນຍີ່ປຸ່ນ ທີ່ໄດ້ສະໜັບສະໜູນຫວຽດນາມ ໃນການປ້ອງກັນ, ຕ້ານພະຍາດໂຄວິດ-19, ຢັ້ງຢືນວ່າການໜູນຊ່ວຍຂອງຍີ່ປຸ່ນ ແມ່ນການກະທໍາອັນສູງສົ່ງ ເຊິ່ງ ປະຊາຊົນຫວຽດນາມ ເຄົາລົບ ແລະຕີລາຄາສູງ. ທ່ານປະທານປະເທດ ເນັ້ນໜັກວ່າ ຫວຽດນາມ ແບ່ງປັນຄວາມຫຍຸ້ງຍາກຕ່າງໆຂອງວິສາຫະກິດຍີ່ປຸ່ນ ໃນໄລຍະຜ່ານມາ; ພ້ອມທັງຢັ້ງຢືນວ່າ ຫວຽດນາມ ຈະສືບຕໍ່ຮ່ວມເດີນທາງພ້ອມກັບວິສາຫະກິດຍີ່ປຸ່ນ, ແກ້ໄຂຄວາມຫຍຸ້ງຍາກຕ່າງໆແກ່ການເຄື່ອນໄຫວຜະລິດ, ດໍາເນີນທຸລະກິດ, ຮັກສາລະບົບສະໜອງ. ທ່ານປະທານປະເທດ ປາດຖະໜາຢາກເພີ່ມທະວີການເຊື່ອມຕໍ່ສອງພື້ນຖານເສດຖະກິດໃຫ້ມີປະສິດທິຜົນ, ມີຄຸນນະພາບຕິດພັນກັບການຫັນປ່ຽນສີຂຽວ, ຫັນປ່ຽນດີຈີຕອນ.

leftcenterrightdel
ທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ ສົນທະນາທາງໂທລະສັບກັບທ່ານ Suga Yoshihide ນາຍົກລັດຖະມົນຕີຍີ່ປຸ່ນ. ພາບ: ສໍານັກຂ່າວສານຫວຽດນາມ.

ສ່ວນທ່ານ Suga Yoshihide ໃຫ້ຮູ້ວ່າ ທ່ານ ຈະບໍ່ອອກສະໝັກເລືອກຕັ້ງເປັນປະທານພັກປະຊາທິປະໄຕເສລີ ໃນອາຍຸການໃໝ່ເພື່ອສຸມໃສ່ເຂົ້າໃນວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19; ພ້ອມທັງແຈ້ງວ່າ ຍີ່ປຸ່ນ ຈະໜູນຊ່ວຍວັກຊິນ 400.000 ໂດສໃຫ້ຫວຽດນາມ ຕື່ມອີກໃນເດືອນກັນຍາ ນີ້ ແລະຈະສືບຕໍ່ໜູນຊ່ວຍຫວຽດນາມ ໃນການປ້ອງກັນ, ຕ້ານພະຍາດໂຄວິດ-19. ທ່ານ Suga Yoshihide ກໍ່ຂອບໃຈຫວຽດນາມ ໄດ້ເອົາໃຈໃສ່ສັກວັກຊິນໃຫ້ພົນລະເມືອງຍີ່ປຸ່ນ ແລະໜູນຊ່ວຍວິສາຫະກິດຍີ່ປຸ່ນ ຢູ່ຫວຽດນາມ ໃນໄລຍະພະຍາດໂຄວິດ-19 ລະບາດ.

ໂດຍ: ໄຊນີດາ