ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານພົນໂທ ຫວູຫ໋າຍສ໋ານ ຕີລາຄາສູງຄວາມມານະພະຍາຍາມຂອງກະຊວງສາທາລະນະສຸກ ໃນວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19; ພ້ອມທັງຢັ້ງຢືນວ່າ: ກະຊວງປ້ອງກັນປະເທດຍາມໃດກໍ່ຮ່ວມເດີນທາງກັບກະຊວງສາທາລະນະສຸກໃນວຽກງານປ້ອງກັນ, ຕ້ານພະຍາດ, ເບິ່ງແຍງດູແລສຸຂະພາບຂອງປະຊາຊົນ. ພາຍຫຼັງຮັບຟັງຄໍາຄິດເຫັນແລກປ່ຽນ, ປຶກສາຫາລືຂອງກະຊວງປ້ອງກັນປະເທດ, ກົມສາທາລະນະສຸກ (ກະຊວງຕໍາຫຼວດ) ແລະສະມາຊິກຂອງອະນຸກໍາມະການ, ບັນດາກົມ/ຫ້ອງການກະຊວງສາທາລະນະສຸກ ກ່ຽວກັບຂົງເຂດປິ່ນປົວ, ວິເຄາະຫາເຊື້ອ, ຕິດຕາມກວດກາສຸຂາພິບານ, ວັກຊິນ... ທ່ານ ຫງວຽນແທັງລອງ ສະເໜີໃຫ້ກຸ່ມວິຊາສະເພາະຂອງອະນຸກໍາມະການ, ນັບທັງກຸ່ມການແພດກອງທັບ ແລະຕໍາຫຼວດສ້າງແຜນການຜັນຂະຫຍາຍໜ້າທີ່ໃນຊຸມເດືອນທ້າຍປີ 2021 ແລ້ວສົ່ງໃຫ້ພາກສ່ວນປະຈໍາການກ່ອນວັນທີ 20 ກັນຍາເພື່ອໃຫ້ອະນຸກໍາມະການການແພດສັງລວມ, ລາຍງານໃຫ້ນາຍົກລັດຖະມົນຕີ.

leftcenterrightdel
ທ່ານ ຫງວຽນແທັງລອງ ລັດຖະມົນຕີກະຊວງສາທາລະນະສຸກຫວຽດນາມ. ພາບ: ເຈີ່ນມິງ.

ລັດຖະມົນຕີກະຊວງສາທາລະນະສຸກ ກໍ່ສະເໜີໃຫ້ກະຊວງປ້ອງກັນປະເທດພິຈາລະນາສືບຕໍ່ຈັດກໍາລັງເສນາຮັກພ້ອມກັບກະຊວງສາທາລະນະສຸກ ເພື່ອໜູນຊ່ວຍວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19 ຢູ່ແຂວງກຽນຢາງ, ຕ່ຽນຢາງ; ພ້ອມທັງສືບຕໍ່ຜັນຂະຫຍາຍການເຄື່ອນໄຫວຂອງກຸ່ມເສນາຮັກ, ໂດຍສະເພາະແມ່ນຜັນຂະຫຍາຍສຸກສາລາເຄື່ອນທີ່ຢູ່ນະຄອນໂຮ່ຈີມິນ; ຕີລາຄາປະສິດທິຜົນການເຄື່ອນໄຫວສຸກສາລາເຄື່ອນທີ່, ຈາກນັ້ນທະວີຄູນອອກໄປສູ່ບໍລິເວນອືີ່ນ.

ໂດຍ: ກວຽດເຕີມ