leftcenterrightdel
ທ່ານ Miguel Díaz-Canel Bermudez, ເລຂາຜູ້ທີໜຶ່ງຄະນະບໍລິຫານງານສູນກາງພັກກອມມູນິດກູບາ, ປະທານປະເທດ ແຫ່ງສາທາລະນະລັດກູບາ. ພາບ: ສໍານັກຂ່າວສານຫວຽດນາມ.

ໃນສື່ອອນລາຍ Twitter ສ່ວນຕົວ, ທ່ານ Miguel Díaz-Canel Bermudez ໄດ້ຂຽນວ່າ “ນໍ້າໃຈມິດຕະພາບກັບກູບາ ພວມເຕີບໃຫຍ່ເຂັ້ມແຂງໃນໄລຍະປະສົບກັບຄວາມຫຍຸ້ງຍາກ. ຂໍສະແດງຄວາມຮູ້ບຸນຄຸນ ແລະສົ່ງຄໍາຂອບໃຈອັນຈິງໃຈມາຍັງບັນດາລັດຖະບານ ແລະຊາດທີ່ໄດ້ຊ່ວຍເຫຼືອພວກຂ້າພະເຈົ້າ”. ຄຽງຂ້າງນັ້ນແມ່ນບົດຂຽນໃນໜັງສືພິມລາຍວັນ Granma ທີ່ໃຫ້ຂ່າວກ່ຽວກັບການຊ່ວຍເຫຼືອກູບາ ໃນຊຸມວັນຜ່ານມາ. ໜັງສືພິມລາຍວັນ Granma ແມ່ນອົງການກະບອກສຽງຂອງພັກກອມມູນິດກູບາ, ເຊິ່ງໄດ້ຄັດສະເໜີການປະກາດຂອງທ່ານ ຟ້າມມີງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ກ່ຽວກັບເລື່ອງຫວຽດນາມ ມອບເຂົ້າສານຈໍານວນ 12.000 ໂຕນໃຫ້ປະຊາຊົນກູບາອ້າຍນ້ອງ ແລະພ້ອມທັງຢັ້ງຢືນວ່າຈະຄຽງບ່າຄຽງໄຫຼ່ພ້ອມກັບກູບາ ໃນໄລຍະປະສົບກັບຄວາມຫຍຸ້ງຍາກທີ່ສຸດໃນປະຫວັດສາດ.

ໂດຍ: ເຈິ່ນຮວ່ຽນ