leftcenterrightdel
ທ່ານ ເລວັນແທ່ງ ຮອງນາຍົກລັດຖະມົນຕີ. ພາບ: ສໍານັກຂ່າວສານຫວຽດນາມ.

ກິດຈະກຳຫໍສະພາແຫ່ງຊາດ ລາວ ຫຼັງໃໝ່ - ຂອງຂວັນຂອງພັກ, ລັດ ແລະປະຊາຊົນຫວຽດນາມ ມອບໃຫ້ພັກ, ລັດ ແລະປະຊາຊົນລາວ. ຮອງຫົວໜ້າຄະນະຊີ້ນໍາ ລວມມີ: ທ່ານ ຫງວຽນແທງງິ້ ລັດຖະມົນຕີກະຊວງກໍ່ສ້າງ (ຮອງຫົວໜ້າຜູ້ປະຈໍາການຄະນະຊີ້ນໍາ); ທ່ານ ດັ້ງແຄ໊ງຕວ່ານ ຮອງຫົວໜ້າຫ້ອງວ່າການສູນກາງພັກ. ກໍາມະການແມ່ນຜູ້ຕາງໜ້າການນໍາບັນດາອົງການ: ຄະນະພົວພັນຕ່າງປະເທດສູນກາງພັກ, ຫ້ອງວ່າການສະພາແຫ່ງຊາດ, ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ; ກະຊວງກໍ່ສ້າງ, ກະຊວງແຜນການ ແລະການລົງທຶນ, ກະຊວງປ້ອງກັນປະເທດ, ກະຊວງການຕ່າງປະເທດ, ກະຊວງຕໍາຫຼວດ, ກະຊວງການເງິນ. ລາຍຊື່ສະມາຊິກຄະນະຊີ້ນໍາສະບັບນີ້ປ່ຽນແທນໃຫ້ລາຍຊື່ສະບັບທີ່ໄດ້ປະກາດໃຊ້ຕິດພ້ອມຂໍ້ຕົກລົງສະບັບເລກທີ 1204/QĐ-TTg ລົງວັນທີ 16 ສິງຫາ 2017 ຂອງນາຍົກລັດຖະມົນຕີ.

leftcenterrightdel
ຫໍສະພາແຫ່ງຊາດ ລາວ ຫຼັງໃໝ່ ຢູ່ນະຄອນຫຼວງວຽງຈັນ - ຂອງຂວັນຂອງພັກ, ລັດ ແລະປະຊາຊົນຫວຽດນາມ ມອບໃຫ້ພັກ, ລັດ ແລະປະຊາຊົນລາວ. ພາບ: ສໍານັກຂ່າວສານຫວຽດນາມ.

ພາລະບົດບາດ, ໜ້າທີ່, ສິດອໍານາດຂອງຄະນະຊີ້ນໍາໄດ້ລະບຸໄວ້ໃນມາດຕາ 2, ມາດຕາ 3 ຂອງຂໍ້ຕົກລົງສະບັບເລກທີ 1204/QĐ-TTg ລົງວັນທີ 16 ສິງຫາ 2017 ຂອງນາຍົກລັດຖະມົນຕີ ວ່າດ້ວຍການສ້າງຕັ້ງຄະນະຊີ້ນໍາການກໍ່ສ້າງຫໍສະພາແຫ່ງຊາດ ລາວ ຫຼັງໃໝ່ ຍັງບໍ່ປ່ຽນແປງ.

ຫໍສະພາແຫ່ງຊາດລາວ ຫຼັງໃໝ່ ແມ່ນໜຶ່ງໃນບັນດາສັນຍາລັກແຫ່ງການພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງປະເທດລາວ ແລະຫວຽດນາມ. ນີ້ແມ່ນຂອງຂວັນເຊິ່ງພັກ, ລັດ ແລະປະຊາຊົນຫວຽດນາມ ມອບໃຫ້ພັກ, ລັດ ແລະປະຊາຊົນລາວ ເນື່ອງໃນໂອກາດທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ເດີນທາງໄປຢ້ຽມຢາມ ສປປ ລາວ ຢ່າງເປັນທາງການແຕ່ວັນທີ 24-26 ພະຈິກ 2016.

ໂດຍ: ໄຊຊະນະ