ທີ່ການພົບປະເຈລະຈາ, ການນຳສອງທ່ານສະແດງຄວາມປິຕິຊົມຊື່ນເມື່ອເຫັນວ່າການພົວພັນຄູ່ຮ່ວມມືຍຸດທະສາດເລິກເຊິ່ງກວ້າງຂວາງຫວຽດນາມ-ຍີ່ປຸ່ນ ພວມພັດທະນາຢ່າງແຮງໃນຫຼາຍຂົງເຂດ. ຄຽງຂ້າງຄວາມໄວ້ເນື້ອເຊື່ອໃຈ ແລະການພົວພັນດ້ານການເມືອງທີ່ດີງາມ, ໂດຍບໍ່ຫົວຊາຕໍ່ຜົນກະທົບຂອງພະຍາດໂຄວິດ-19, ສອງປະເທດສືບຕໍ່ຮັກສາ ແລະເພີ່ມທະວີການພົວພັນດ້ານເສດຖະກິດ, ການຄ້າ, ການລົງທຶນ, ປະກອບສ່ວນເຂົ້າໃນການຟື້ນຟູເສດຖະກິດຢູ່ແຕ່ລະປະເທດກໍ່ຄືຊຸກຍູ້ການຟື້ນຟູເສດຖະກິດຢູ່ພາກພື້ນ ແລະໃນໂລກ.

leftcenterrightdel
ທ່ານ ເວືອງດິ່ງເຫວ້ ປະທານສະພາແຫ່ງຊາດຫວຽດນາມ ທີ່ການເຈລະຈາທາງໄກ. ພາບ: ຈ໊ຽນຖັ໊ງ.

ການນຳສອງທ່ານເຫັນດີເປັນເອກະພາບຖືວ່າ ການຮ່ວມມືລະຫວ່າງສອງສະພາແຫ່ງຊາດສວມບົດບາດສຳຄັນທີ່ສຸດໃນການຊຸກຍູ້ການຮ່ວມມືລະຫວ່າງສອງປະເທດ. ໃນໄລຍະຈະມາເຖິງ, ຫວຽດນາມ ແລະຍີ່ປຸ່ນ ສືບຕໍ່ຊຸກຍູ້ການພົວພັນຮ່ວມມືລະຫວ່າງສະມາຊິກລັດຖະສະພາສອງປະເທດ, ໂດຍສະເພາະແມ່ນສະມາຊິກລັດຖະສະພາໜຸ່ມ, ກຸ່ມສະມາຊິກ ລັດຖະສະພາມິດຕະພາບ; ສືບຕໍ່ເພີ່ມທະວີການພົບປະແລກປ່ຽນປະຊາຊົນສອງປະເທດຜ່ານການຈັດຕັ້ງບັນດາຄະນະສະມາຊິກລັດຖະສະພາບັນດາທ້ອງຖິ່ນຂອງສອງປະເທດໄປຢ້ຽມຢາມ, ເຮັດວຽກ, ສົ່ງເສີມການລົງທຶນ, ໂຄສະນາເຜີຍແຜ່ພາບພົດ, ຄວາມສາມາດບົ່ມຊ້ອນດ້ານການທ່ອງທ່ຽວ ແລະການພົບປະແລກປ່ຽນວັດທະນະທຳຢູ່ຫວຽດນາມ.

ໃນການເຈລະຈາທາງໄກ, ການນຳສອງທ່ານໄດ້ແລກປ່ຽນບັນຫາສາກົນ ແລະພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. ສອງຝ່າຍກໍ່ຢັ້ງຢືນຄວາມສຳຄັນຂອງການຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພ, ສິດເສລີໃນການເດີນທະເລ ແລະການບິນຢູ່ທະເລຕາເວັນອອກ, ເຄົາລົບກົດໝາຍ, ແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີບົນພື້ນຖານກົດໝາຍສາກົນ, ໃນນ້ັນມີສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982 (UNCLOS 1982); ຕີລາຄາສູງຄວາມມານະພະຍາຍາມຂອງອາຊຽນ ທີ່ມີຕໍ່ບັນຫາມຽນມາ.

ໂດຍ: ແສງເດືອນ