ທ່ານ Yamada Takio ໄດ້ສົ່ງສານຂອງທ່ານ Suga Yoshihide ນາຍົກລັດຖະມົນຕີຍີ່ປຸ່ນ ທີ່ສົ່ງໃຫ້ທ່ານ ຟ້າມມິງຈີ໊ງ ກ່ຽວກັບເລື່ອງລັດຖະບານຍີ່ປຸ່ນ ຕົກລົງໜູນຊ່ວຍວັກຊິນກັນໂຄວິດ-19 ຈໍານວນ 1 ລ້ານໂດສ ໃຫ້ຫວຽດນາມ. ໂດຍປະຕິບັດຜົນການສົນທະນາທາງໂທລະສັບລະຫວ່າງທ່ານ ຫງວຽນຊວນຟຸກ ປະທານປະເທດ, ທ່ານ ຟ້າມມິງຈີ໊ງ ນາຍົກລັດຖະມົນຕີຫວຽດນາມ ກັບທ່ານ Suga Yoshihide ນາຍົກລັດຖະມົນຕີຍີ່ປຸ່ນ. ທ່ານ Yamada Takio  ໄດ້ອ່ານສານຂອງທ່ານນາຍົກລັດຖະມົນຕີ Suga Yoshihide ທີ່ເນັ້ນໜັກວ່າ ເລື່ອງລັດຖະບານຍີ່ປຸ່ນ ຕົກລົງສະໜອງວັກຊິນ 1 ລ້ານໂດສ ໃຫ້ຫວຽດນາມ ແມ່ນພະຍານຫຼັກຖານໃຫ້ແກ່ໄມຕີຈິດມິດຕະພາບອັນເລິກເຊິ່ງລະຫວ່າງສອງປະເທດຫວຽດນາມ ແລະຍີ່ປຸ່ນ. ຍີ່ປຸ່ນ ປາດຖະໜາຢາກຮ່ວມສໍາພັນກັບປະຊາຄົມສາກົນ, ພິເສດແມ່ນຫວຽດນາມ ເພື່ອພ້ອມກັນຜ່ານຜ່າພະຍາດໂຄວິດ-19.

leftcenterrightdel
ທ່ານ Yamada Takio ເອກອັກຄະລັດຖະທູດຍີ່ປຸ່ນ ສົ່ງສານຂອງທ່ານນາຍົກລັດຖະມົນຕີ Suga Yoshihide ເຖິງທ່ານນາຍົກລັດຖະມົນຕີ ຟ້າມມິງຈີ໊ງ ກ່ຽວກັບເລື່ອງລັດຖະບານຍີ່ປຸ່ນ ຕົກລົງໜູນຊ່ວຍວັກຊິນກັນໂຄວິດ-19 ຈໍານວນ 1 ລ້ານໂດສ ໃຫ້ຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ.

ຕາງໜ້າລັດຖະບານ ແລະປະຊາຊົນຫວຽດນາມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ໊ງ ໄດ້ສົ່ງຄໍາຂອບໃຈອັນຈິງໃຈມາຍັງທ່ານນາຍົກລັດຖະມົນຕີ Suga Yoshihide, ລັດຖະບານ ແລະປະຊາຊົນຍີ່ປຸ່ນ ກ່ຽວກັບການຕົກລົງຂອງລັດຖະບານຍີ່ປຸ່ນ, ກ່ອນອື່ນໝົດແມ່ນສະຫງວນວັກຊິນ 1 ລ້ານໂດສ ໃຫ້ຫວຽດນາມ ເພື່ອປ້ອງກັນ, ຕ້ານພະຍາດໂຄວິດ-19 ແລະມານະພະຍາຍາມຈັດຕັ້ງເພື່ອສົ່ງໃຫ້ຫວຽດນາມ ໃນວັນທີ 16 ມິຖຸນາ. ນີ້ແມ່ນຂອງຂວັນອັນລໍ້າຄ່າ, ທັນການ, ແມ່ນການກະທໍາອັນສູງສົ່ງທີ່ສະແດງໃຫ້ເຫັນໄມຕີຈິດມິດຕະພາບລະຫວ່າງລັດຖະບານ ແລະປະຊາຊົນສອງປະເທດ.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ໊ງ ສະເໜີລັດຖະບານ ແລະອົງການທີ່ກ່ຽວຂ້ອງຂອງຍີ່ປຸ່ນ ສືບຕໍ່ຮ່ວມມືກັບຫວຽດນາມ ໃນການປ້ອງກັນ, ຕ້ານ ແລະຍູ້ຖອຍໂຄວິດ-19, ໜູນຊ່ວຍການຖ່າຍທອດເຕັກໂນໂລຢີ ແລະຜະລິດວັກຊິນໃຫ້ຫວຽດນາມ.

ທ່ານເອກອັກຄະລັດຖະທູດ Yamada Takio ຢັ້ງຢືນຄໍາໝັ້ນສັນຍາຮ່ວມມືຢ່າງແຮງຂອງລັດຖະບານຍີ່ປຸ່ນ ກັບຫວຽດນາມ, ຖືວ່າ ຫວຽດນາມ ຍັງຄົງແມ່ນສະຖານທີ່ລົງທຶນດີທີ່ສຸດສໍາລັບບັນດາວິສາຫະກິດ ແລະນັກລົງທຶນຍີ່ປຸ່ນ. ທ່ານ ຈະສົ່ງສານ ແລະຄໍາເຫັນຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈີ໊ງ ເຖິງລັດຖະບານ ແລະທ່ານນາຍົກລັດຖະມົນຕີ Suga Yoshihide.

ໂດຍ: ໄຊຊະນະ