ຖະແຫຼງການດັ່ງກ່າວຢັ້ງຢືນວ່າ, ຜ່ານການຮ່ວມມື ແລະໜູນຊ່ວຍເຊິ່ງກັນ ແລະກັນ, ພ້ອມກັບບັນດາມາດຕະການທີ່ໄດ້ຜັນຂະຫຍາຍຄົບຊຸດຢູ່ໃນລະດັບຊາດ ແລະພາກພື້ນ, ອາຊຽນ ແລະຈີນ ໄດ້ພ້ອມກັນຫຼຸດຜ່ອນຜົນກະທົບທີ່ບໍ່ດີຈາກພະຍາດໂຄວິດ-19. ອາຊຽນ ຕີລາຄາສູງຕໍ່ເລື່ອງ ຈີນ ໄດ້ສະໜອງວັກຊິນ, ໜູນຊ່ວຍອຸປະກອນການແພດ ກໍ່ຄືຊ່ວຍເຫຼືອດ້ານເຕັກນິກໃຫ້ແກ່ອາຊຽນ ແລະບັນດາປະເທດສະມາຊິກ. ຕໍ່ກັບການປະເຊີນໜ້າຕໍ່ສິ່ງທ້າທາຍຈາກພະຍາດໂຄວິດ-19, ສອງຝ່າຍລ້ວນແຕ່ໄດ້ສະແດງໃຫ້ເຫັນຄວາມຮັບຮູ້ຢ່າງຈະແຈ້ງຕໍ່ຄວາມສໍາຄັນຂອງການຮ່ວມມືລະຫວ່າງການຄວບຄຸມໂລກລະບາດ ແລະການຟື້ນຟູພັດທະນາດ້ານເສດຖະກິດ-ສັງຄົມ.

leftcenterrightdel
ບັນຍາກາດທີ່ກອງປະຊຸມສະໄໝພິເສດ ລັດຖະມົນຕີການຕ່າງປະເທດອາຊຽນ - ຈີນ. ພາບ: ສໍານັກຂ່າວສານຫວຽດນາມ.

ສອງຝ່າຍກໍ່ຢັ້ງຢືນວ່າ ຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ແມ່ນເອກະສານທີ່ມີລັກສະນະເປັນຂີດໝາຍ, ສະແດງໃຫ້ຄໍາໝັ້ນສັນຍາລວມເພື່ອຊຸກຍູ້ສັນຕິພາບ, ສະຖຽນລະພາບ, ແມ່ນຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະກັນ ແລະໄວ້ວາງໃຈກັນຢູ່ພາກພື້ນ, ສອດຄ່ອງກັບກົດໝາຍສາກົນ, ລວມມີສົນທິສັນຍາຂອງ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ປີ 1982; ຢັ້ງຢືນຄືນໃໝ່ຄໍາໝັ້ນສັນຍາທີ່ສະເໝີຕົ້ນສະເໝີປາຍກ່ຽວກັບການສືບຕໍ່ປະຕິບັດ DOC ຢ່າງຄົບຖ້ວນ ແລະມີປະສິດທິຜົນ; ພ້ອມທັງເຊີດຊູການຮັກສາວິວັດການເຈລະຈາກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC), ຮັບຮອງເອົາການເຊື່ອມຕໍ່ການເຈລະຈາຄືນໃໝ່ດ້ວຍຮູບການທາງອອນລາຍເທື່ອລະກ້າວ; ມຸ່ງໄປເຖິງການສ້າງສໍາເລັດ COC ຢ່າງແທດຈິງ, ມີປະສິດທິຜົນ, ບົນພື້ນຖານກົດໝາຍສາກົນ, ໃນນັ້ນມີ UNCLOS 1982.

ໂດຍ: ໄຊຊະນະ