leftcenterrightdel
ທ່ານ ເວືອງດິ່ງເຫວ້ ປະທານສະພາແຫ່ງຊາດຫວຽດນາມ ໃນການໂອ້ລົມສົນທະນາ. ພາບ: ຈ໊ຽນທັ໊ງ.

ທ່ານ ເວືອງດິ່ງເຫວ້ ຢັ້ງຢືນວ່າ ແຜນນະໂຍບາຍ, ແນວທາງ, ນະໂຍບາຍສະເໝີຕົ້ນສະເໝີປາຍຂອງພັກ, ລັດຫວຽດນາມ ແມ່ນຍາມໃດກໍ່ຖືເປັນສໍາຄັນ ແລະບຸລິມະສິດສູງໃນການປັບປຸງ ແລະເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອກັບກໍາປູເຈຍ; ສະໜັບສະໜູນບົດບາດນໍາພາຂອງພັກ CPP ໃນການສ້າງປະເທດກໍາປູເຈຍ ສັນຕິພາບ, ເອກະລາດ, ເປັນກາງ...

ທ່ານ Samdech Heng Samrin ຢັ້ງຢືນວ່າ ສະພາແຫ່ງຊາດສອງປະເທດ ໄດ້ພ້ອມກັນສ້າງ ແລະບັນລຸໄດ້ຜົນງານຫຼາຍຢ່າງໃນຂົງເຂດການຮ່ວມມືດ້ານການທູດລັດຖະສະພາຜ່ານການຊຸກຍູ້ ແລະສະໜັບສະໜູນການພົວພັນຮ່ວມມືອັນດີງາມລະຫວ່າງສອງພັກ ແລະລັດຖະບານສອງປະເທດໃນຂອບເຂດສອງຝ່າຍ ແລະຫຼາຍຝ່າຍ. ສະພາແຫ່ງຊາດສອງປະເທດໄດ້ຮັກສາ ແລະປະຕິບັດເນື້ອໃນຈິດໃຈຂໍ້ຕົກລົງຮ່ວມມື, ອັບເດດຂໍ້ຕົກລົງນີ້ເປັນປະຈຳເພື່ອແນໃສ່ສ້າງການພົວພັນຮ່ວມມືດ້ານການທູດລັດຖະສະພາລະຫວ່າງສອງປະເທດໃຫ້ນັບມື້ນັບຕອບສະໜອງໄດ້ການພັດທະນາຂອງສາຍພົວພັນຮ່ວມມືສອງຝ່າຍ, ເໝາະສົມກັບສະພາບການທົ່ວໂລກ.

leftcenterrightdel
ປະທານສະພາແຫ່ງຊາດສອງທ່ານ ທີ່ການໂອ້ລົມສົນທະນາ. ພາບ: ຈ໊ຽນທັ໊ງ.

ທີ່ການໂອ້ລົມສົນທະນາ, ສອງຝ່າຍເຫັນດີເປັນເອກະພາບ ແລະຍົກໃຫ້ເຫັນສາຍພົວພັນ “ບ້ານໃກ້ເຮືອນຄຽງທີ່ດີງາມ, ມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ຍືນຍົງຍາວນານ” ທັງໃນຂອບເຂດການທູດພັກ, ລັດ ແລະສະພາແຫ່ງຊາດ. ສາຍພົວພັນມິດຕະພາບ, ຄວາມສາມັກຄີທີ່ເປັນມູນເຊື້ອ ແລະການຮ່ວມມືຢ່າງແໜ້ນແຟ້ນລະຫວ່າງສອງປະເທດເປັນຊັບສົມບັດອັນລ້ຳຄ່າຂອງສອງຊາດ. ໃນສະພາບພະຍາດໂຄວິດ-19, ການນໍາຂັ້ນສູງສອງປະເທດຍັງຮັກສາການພົບປະ, ແລກປ່ຽນເປັນປະຈໍາ, ບັນດາກົນໄກຮ່ວມມືສອງຝ່າຍສືບຕໍ່ເສີມຂະຫຍາຍຢ່າງມີປະສິດທິຜົນ.

ປະທານສະພາແຫ່ງຊາດສອງທ່ານ ກໍ່ເຫັນດີເປັນເອກະພາບເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ສົມທົບກັນຢ່າງແໜ້ນແຟ້ນ ແລະສະໜັບສະໜູນເຊິ່ງກັນ ແລະກັນໃນບັນຫາສາກົນ ແລະພາກພື້ນ, ການເຄື່ອນໄຫວຢູ່ເວທີປາໄສຫຼາຍຝ່າຍ, ຂອບເຂດຮ່ວມມືອາຊຽນ ແລະບັນດາກົນໄກໂດຍອາຊຽນນໍາພາ, ສປຊ, WTO, ASEM…

ໂດຍ: ເຈິ່ນຮວ່ຽນ