leftcenterrightdel
ບັນດາຜູ້ແທນຝ່າຍຫວຽດນາມ ເຂົ້າຮ່ວມວາລະປະຊຸມ. ພາບ: ຈ໊ຽນຖັ໊ງ.

ທີ່ວາລະປະຊຸມ, ຄະນະຜູ້ແທນຫວຽດນາມ ສະເໜີໃຫ້ IPU ສ້າງຂໍ້ລິເລີ່ມ, ໂຄງການທົ່ວໂລກກ່ຽວກັບການພັດທະນາເສດຖະກິດທີ່ປ່ອຍອາຍພິດໜ້ອຍ ເພື່ອແນໃສ່ສ້າງພື້ນຖານໃຫ້ແກ່ການເຈລະຈານະໂຍບາຍ, ແບ່ງປັນບົດຮຽນ ແລະເພີ່ມທະວີກໍາລັງຄວາມສາມາດໃຫ້ແກ່ປະເທດຕ່າງໆ; ສ້າງເງື່ອນໄຂສົ່ງເສີມການລົງທຶນພາກເອກະຊົນໃຫ້ຂົງເຂດທີ່ປ່ອຍອາຍພິດເຮືອນແກ້ວໜ້ອຍ. ສະພາແຫ່ງຊາດຫວຽດນາມ ຮຽກຮ້ອງໃຫ້ລັດຖະສະພາບັນດາປະເທດກະຕຸກຊຸກຍູ້ລັດຖະບານປະເທດຕົນຕັ້ງໜ້າຟື້ນຟູ, ພັດທະນາເສດຖະກິດ, ກູ້ຊ່ວຍເປົ້າໝາຍທີ່ໄດ້ຮັບຜົນສະທ້ອນຢ່າງໜັກໜ່ວງຈາກການປ່ຽນແປງຂອງດິນຟ້າອາກາດ, ຮັບປະກັນບໍ່ໃຫ້ຜູ້ໃດຖືກປະໄວ້ຢູ່ທາງຫຼັງ; ເພີ່ມທະວີການປ່ຽນແປງຮູບແບບພັດທະນາຕາມທິດຍືນຍົງ.

ໂດຍ: ທູຈາງ