ເພື່ອຊຸກຍູ້ການພົວພັນຂອງສອງປະເທດໃຫ້ພັດທະນາຢ່າງແທດຈິງ ແລະມີປະສິດທິຜົນ, ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ສອງຝ່າຍສຸມໃສ່ຊຸກຍູ້ 5 ຂົງເຂດຮ່ວມມື, ໃນນັ້ນມີ: ສືບຕໍ່ການຮ່ວມມື ແລະໜູນຊ່ວຍການພັດທະນາພື້ນຖານໂຄງລ່າງ; ໜູນຊ່ວຍການສໍາພັດກັບແຫຼ່ງສະໜອງໃຫ້ໄດ້ໄວທີ່ສຸດ ແລະຮ່ວມມືໃນການຖ່າຍທອດເຕັກໂນໂລຢີກ່ຽວກັບວັກຊິນກັນໂຄວິດ-19...

leftcenterrightdel
ທ່ານນາຍົກລັດຖະມົນຕີ ຟ້າມມີງຈິ໊ງ ໂອ້ລົມທາງໂທລະສັບກັບນາຍົກລັດຖະມົນຕີຍີ່ປຸ່ນ. ພາບ: ສໍານັກຂ່າວສານຫວຽດນາມ.

ເຫັນດີຕໍ່ຂໍ້ສະເໜີຂອງທ່ານນາຍົກລັດຖະມົນຕີ ຟ້າມມີງຈິ໊ງ, ທ່ານນາຍົກລັດຖະມົນຕີ Suga Yoshihide ໄດ້ຢືນຢັນວ່າ ນະໂຍບາຍສະເໝີຕົ້ນສະເໝີປາຍຂອງຍີ່ປຸ່ນ ແມ່ນຖືການພົວພັນກັບຫວຽດນາມ ເປັນສໍາຄັນ ແລະຈະສືບຕໍ່ໜູນຊ່ວຍຫວຽດນາມ ໃນການພັດທະນາພື້ນຖານໂຄງລ່າງ, ເປັນຕົ້ນແມ່ນຂົງເຂດຄົມມະນາຄົມ, ພະລັງງານ, ສິ່ງແວດລ້ອມ, ການຮ່ວມມືຍານອາວະກາດ. ທ່ານນາຍົກລັດຖະມົນຕີ Suga Yoshihide ກໍ່ເນັ້ນໜັກວ່າ ຍີ່ປຸ່ນ ຈະໜູນຊ່ວຍ ແລະຮ່ວມມືຢ່າງສຸດຂີດກັບຫວຽດນາມ ເພື່ອຮັບປະກັນຄວາມຈຳເປັນທີ່ຈະຕ້ອງໃຊ້ວັກຊິນກັນໂຄວິດ-19; ພ້ອມແລ້ວທີ່ຈະໜູນຊ່ວຍຫວຽດນາມ ໃນການຫັນເປັນດີຈີຕອນ, ສືບຕໍ່ໜູນຊ່ວຍການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງໃຫ້ແກ່ຫວຽດນາມ…

ນາຍົກລັດຖະມົນຕີສອງທ່ານ ກໍ່ເຫັນດີເປັນເອກະພາບເພີ່ມທະວີການເຈລະຈາຍຸດທະສາດລະຫວ່າງບັນດາກະຊວງ, ຂະແໜງການ ແລະທ້ອງຖິ່ນ, ສົມທົບກັນຢ່າງແໜ້ນແຟ້ນເພື່ອແກ້ໄຂບັນຫາທີ່ເກີດຂຶ້ນໃນການພົວພັນສອງຝ່າຍ; ຈັດຕັ້ງການເຄື່ອນໄຫວສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ-ຍີ່ປຸ່ນ (ໃນປີ 2023) ໃຫ້ສົມກັບການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດ. ການນຳສອງທ່ານກໍ່ໄດ້ປຶກສາຫາລືກ່ຽວກັບບັນຫາພາກພື້ນ ແລະສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ໃນນັ້ນມີບັນຫາທະເລຕາເວັນອອກ; ເຫັນດີເປັນເອກະສັນສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນຢູ່ເວທີປາໄສຫຼາຍຝ່າຍ, ເປັນຕົ້ນແມ່ນຢູ່ສະຫະປະຊາຊາດ ແລະອາຊຽນ.

ໂດຍ: ທະນາພອນ