leftcenterrightdel
ທ່ານພົນໂທ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດ ສະເໜີໂຄງການດໍາເນີນງານຕໍ່ໜ້າຜູ້ມີສິດເລືອກຕັ້ງຕາແສງຈ່າງຊ໊າ, ເມືອງຫວໍ້ຍາຍ, ແຂວງທ໊າຍຫງວຽນ. ພາບ:  ວັນຈ໊ຽນ.

ກ່າວຄໍາເຫັນຕໍ່ໜ້າຜູ້ມີສິດເລືອກຕັ້ງ, ທ່ານພົນໂທ ຟານວັນຢາງ ຢັ້ງຢືນວ່າ, ຖ້າຫາກໄດ້ຮັບຄວາມໄວ້ວາງໃຈເລືອກຕັ້ງເຂົ້າເປັນສະມາຊິກສະພາແຫ່ງຊາດຫວຽດນາມ ຊຸດທີ XV, ສະຫາຍຈະພ້ອມກັບບັນດາສະມາຊິກສະພາແຫ່ງຊາດ ຕັ້ງໜ້າຄົ້ນຄວ້າ, ກໍ່ສ້າງ, ປັບປຸງລະບົບກົດໝາຍ, ບັນດາມະຕິຂອງສະພາແຫ່ງຊາດ ແລະຕັດສິນບັນດາບັນຫາສໍາຄັນຂອງປະເທດ. ເຂົ້າຮ່ວມຄົ້ນຄວ້າ, ສ້າງບັນດານະໂຍບາຍປະກອບສ່ວນຢ່າງແທດຈິງເຂົ້າໃນພາລະກິດສ້າງສາ ແລະປົກປັກຮັກສາປະເທດຊາດ, ກໍ່ສ້າງພື້ນຖານທົ່ວປວງຊົນປ້ອງກັນຊາດ ແລະທ່ົວປວງຊົນປ້ອງກັນຄວາມສະຫງົບຢ່າງໝັ້ນແກ່ນ, ເປັນຕົ້ນແມ່ນບັນດານະໂຍບາຍ, ລັດຖະນະໂຍບາຍທີ່ກ່ຽວຂ້ອງເຖິງການພັດທະນາເສດຖະກິດ-ສັງຄົມ ຢູ່ເຂດພູດອຍພາກເໜືອ, ໃນນັ້ນມີແຂວງທ້າຍຫງວຽນ... ໃນຖານະຕໍາແໜ່ງທີ່ໄດ້ຮັບມອບໝາຍ,  ສະຫາຍຈະເປັນເສນາທິການ, ສະເໜີຕໍ່ພັກ, ລັດ ແລະພ້ອມກັບບັນດາສະມາຊິກໃນລັດຖະບານ ຍົກສູງປະສິດທິຜົນໃນການຄຸ້ມຄອງລັດ; ເພີ່ມທະວີຄວາມສາມາດຄາດຄະເນ, ຮັບມືກັບບັນດາສິ່ງທ້າທາຍເຖິງຄວາມໝັ້ນຄົງທີ່ກ່ຽວຂ້ອງກັບການທະຫານ ແລະບໍ່ແມ່ນການທະຫານຢ່າງມີປະສິດທິຜົນ; ຊາບຊຶມ ແລະຜັນຂະຫຍາຍແນວທາງ, ແຜນນະໂຍບາຍຂອງພັກກ່ຽວກັບການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຈິນຕະນາການໃໝ່ກ່ຽວກັບການປົກປັກຮັກສາປະເທດຊາດ,  ກໍ່ສ້າງກອງທັບປະຊາຊົນປະຕິວັດ, ເປັນກໍາລັງຫຼວງ, ຍອດຢ້ຽມ, ທັນສະໄໝເທື່ອລະກ້າວ...

leftcenterrightdel
ທ່ານພົນໂທ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດ ພົບປະແລກປ່ຽນກັບຜູ້ມີສິດເລືອກຕັ້ງຢູ່ຕາແສງຈ່າງຊ໊າ, ເມືອງຫວໍ້ຍາຍ, ແຂວງທ໊າຍຫງວຽນ. ພາບ:  ວັນຈ໊ຽນ.

ທ່ານພົນໂທ ຟານວັນຢາງ ໃຫ້ຄໍາໝັ້ນສັນຍາຈະຊີ້ນໍາໆພາບັນດາອົງການ, ກົມກອງໃນກອງທັບສົມທົບກັນຢ່າງແໜ້ນແຟ້ນກັບຄະນະພັກ, ອໍານາດການປົກຄອງ, ຄະນະ, ຂະແໜງການ, ອົງການຈັດຕັ້ງມະຫາຊົນທ້ອງຖິ່ນເຂົ້າຮ່ວມການພັດທະນາເສດຖະກິດ, ວັດທະນະທໍາ, ສັງຄົມຕິດພັນກັບປັບປຸງການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ. ສະຫາຍຈະຮັກສາສາຍພົວພັນທີ່ສະໜິດແໜ້ນກັບຄະນະພັກ, ອໍານາດການປົກຄອງ, ບັນດາອົງການຈັດຕັ້ງການເມືອງ-ສັງຄົມ, ຜູ້ມີສິດເລືອກຕັ້ງ ແລະປະຊາຊົນເປັນປະຈໍາ; ພ້ອມກັບຄະນະຜູ້ແທນສະພາແຫ່ງຊາດແຂວງທ້າຍຫງວຽນ ປະຕິບັດບົດບາດເປັນ “ຂົວຕໍ່” ລະຫວ່າງຜູ້ມີສິດເລືອກຕັ້ງກັບສະພາແຫ່ງຊາດ, ລັດຖະບານ, ບັນດາຄະນະ, ຂະແໜງການສູນກາງໃນການແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຂັດຂອງທ້ອງຖິ່ນໃຫ້ເປັນຢ່າງດີ, ກໍ່ສ້າງແຂວງທ້າຍຫງວຽນໃຫ້ກາຍເປັນໜຶ່ງໃນບັນດາສູນເສດຖະກິດອຸດສາຫະກໍາທັນສະໄໝຂອງພາກພື້ນ ແລະເຂດນະຄອນຫຼວງຮ່າໂນ້ຍ ໃນປີ 2030...

ໂດຍ: ທູຈາງ