ທີ່ກອງປະຊຸມ, ບັນດາຜູ້ອອກສະໝັກເລືອກຕັ້ງເຂົ້າຮ່ວມການພົບປະກັບຜູ້ມີສິດເລືອກຕັ້ງໄດ້ແນະນຳໂຄງການດຳເນີນງານຂອງຕົນຕາມລຳດັບ. ສະແດງຄວາມພາກພູມໃຈ ແລະຄວາມເປັນກຽດເມື່ອສະພາເລືອກຕັ້ງແຫ່ງຊາດສະເໜີໃຫ້ອອກສະໝັກເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດຢູ່ກູ໋ຈິ ແລະຮອັກໂມນ, ທ່ານ ຫງວຽນຊວນຟຸກ ຢັ້ງຢືນວ່າ ຈະມານະພະຍາຍາມເຮັດຈົນສຸດຄວາມສາມາດຂອງຕົນ ເພື່ອຮັບໃຊ້ປະເທດຊາດ, ຮັບໃຊ້ປະຊາຊົນ. ຈຸດສຸມຂອງໂຄງການດຳເນີນງານຂອງທ່ານປະທານປະເທດ ແມ່ນປະຕິບັດຖືກຕາມບັນດາຂໍ້ກຳນົດ ແລະເຮັດຫຼ້ອນໜ້າທີ່ຂອງຜູ້ແທນປະຊາຊົນ, ໃນນັ້ນຕ້ອງຮັບຟັງແນວຄິດຈິດໃຈ, ຄວາມມຸ່ງມາດປາດຖະໜາຂອງຜູ້ມີສິດເລືອກຕັ້ງເພື່ອສ່ອງແສງກັບສະພາແຫ່ງຊາດ ແລະບັນດາອົງການກ່ຽວຂ້ອງຢ່າງທັນການ. ໂຄງການດຳເນີນງານຂອງທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ ສຸມໃສ່ 4 ກຸ່ມບັນຫາຈຸດສຸມ; ໃນນັ້ນມີການເປັນເຈົ້າການ, ຕັ້ງໜ້າຍົກສູງຄຸນນະພາບ ແລະປະສິດທິຜົນການເຄື່ອນໄຫວຂອງຄະນະຜູ້ແທນສະພາແຫ່ງຊາດນະຄອນໂຮ່ຈິມິນ ແລະຂອງສະພາແຫ່ງຊາດ.

leftcenterrightdel
ທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ ກັບຜູ້ແທນທີ່ການພົບປະກັບຜູ້ມີສິດເລືອກຕັ້ງ. ພາບ: ສຳນັກຂ່າວສານຫວຽດນາມ.

ຮັບເອົາບັນດາຄຳຄິດເຫັນຂອງຜູ້ມີສິດເລືອກຕັ້ງ, ທ່ານ ຫງວຽນຊວນຟຸກ ຢັ້ງຢືນວ່າ ຫວຽດນາມ ມີຖານະບົດບາດ ແລະອິດທິພົນຊື່ສຽງຄືແນວນີ້ແມ່ນຍ້ອນມີຜົນສຳເລັດໃນການປ້ອງກັນ, ຕ້ານພະຍາດໂຄວິດ-19. ທ່ານ ຫງວຽນຊວນຟຸກ ເຫັນດີເຫັນພ້ອມກັບຄໍາຄິດເຫັນຂອງຜູ້ມີສິດເລືອກຕັ້ງ, ແມ່ນຕ້ອງນຳນະຄອນໂຮ່ຈິມິນ ໃຫ້ກາຍເປັນນະຄອນແບບຢ່າງຂອງທົ່ວປະເທດໃນບັນດາຂົງເຂດວັດທະນະທຳ, ເສດຖະກິດ-ສັງຄົມ, ກາຍເປັນນະຄອນທີ່ໜ້າຢູ່ຂອງຫວຽດນາມ.

ໂດຍ: ສົມເພັດ