ທີ່ກອງປະຊຸມ, ບັນດາລັດຖະມົນຕີ ແລະຜູ້ຕາງໜ້າຂັ້ນສູງຂອງບັນດາປະເທດ ໄດ້ຢັ້ງຢືນຄືນໃໝ່ກ່ຽວກັບຄວາມສໍາຄັນ ແລະການສະໜັບສະໜູນຕໍ່ກັບລັດທິຫຼາຍຝ່າຍ ແລະລະບົບສາກົນ ດ້ວຍ ສປຊ ເປັນໃຈກາງ, ຮຽກຮ້ອງໃຫ້ເຄົາລົບ ແລະເຊີດຊູກົດບັດສະຫະປະຊາຊາດ, ບັນດາຫຼັກການພື້ນຖານຂອງກົດໝາຍສາກົນ ແລະໃຫ້ຄໍາໝັ້ນສັນຍາຊຸກຍູ້ການຮ່ວມມືຫຼາຍຝ່າຍ ເພື່ອແນໃສ່ແກ້ໄຂບັນຫາລວມ.

leftcenterrightdel
ທ່ານ ບຸ່ຍແທງເຊີນ ລັດຖະມົນຕີການຕ່າງປະເທດຫວຽດນາມ ທີ່ວາລະປຶກສາຫາລື. ພາບ: ກະຊວງການຕ່າງປະເທດຫວຽດນາມ.

ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານລັດຖະມົນຕີການຕ່າງປະເທດຫວຽດນາມ ບຸ່ຍແທັງເຊີນ ໄດ້ສະແດງຄວາມຊົມເຊີຍຕໍ່ຂໍ້ລິເລີ່ມຂອງ ຈີນ ແລະຖືວ່າການຮ່ວມມືຫຼາຍຝ່າຍມີຄວາມໝາຍຫຼັກແຫຼ່ງໃນສະພາບທີ່ສິ່ງທ້າທາຍທົ່ວໂລກ, ນັບແຕ່ການຊ່ວງເສັງອາວຸດ, ການກໍ່ການຮ້າຍ, ອາດຊະຍາກໍາຂ້າມຊາດ ຕະຫຼອດຮອດການປ່ຽນແປງຂອງດິນຟ້າອາກາດ ແລະພະຍາດໂຄວິດ-19 ທີ່ກໍາລັງຜັນແປຢ່າງສັບສົນຄືໃນປັດຈຸບັນ. ທ່ານລັດຖະມົນຕີ ບຸ່ຍແທັງເຊີນ ຮຽກຮ້ອງໃຫ້ປະຊາຄົມສາກົນ ຊຸກຍູ້ວັດທະນະທໍາໃນການເຄົາລົບກົດບັດສະຫະປະຊາຊາດ ແລະກົດໝາຍສາກົນ, ຂັດຄ້ານສິດອໍານາດບາດໃຫຍ່ທາງດ້ານການເມືອງ ແລະການກະທໍາບີບບັງຄັບ, ນໍາໃຊ້ກໍາລັງອາວຸດເຂົ້າໃນການພົວພັນສາກົນ; ພ້ອມກັນນັ້ນ, ທ່ານ ກໍ່ຢັ້ງຢືນຄໍາໝັ້ນສັນຍາຢ່າງແຮງຂອງຫວຽດນາມ ຕໍ່ກັບລັດທິຫຼາຍຝ່າຍ, ຄວາມສາມັກຄີສາກົນ ແລະຄວາມມານະພະຍາຍາມລວມ ເພື່ອສັນຕິພາບ ແລະການພັດທະນາໃນໂລກ.

ໂດຍ: ໄຊຊະນະ