leftcenterrightdel
ທ່ານນາຍົກລັດຖະມົນຕີ ຟ້າມມິນຈິ້ງ ເປັນປະທານກອງປະຊຸມ ສະໄໝສາມັນປະຈຳເດືອນ ເມສາ ປີ 2021 ຂອງລັດຖະບານ. ພາບ: ສໍານັກຂ່າວສານຫວຽດນາມ. 

ທີ່ກອງປະຊຸມ, ລັດຖະບານ ໄດ້ສຸມໃສ່ປຶກສາຫາລືກ່ຽວກັບ 8 ເນື້ອໃນ, ໃນນັ້ນ ມີວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ເມື່ອໂລກລະບາດໂຄວິດ-19 ນັບມື້ນັບມີການຜັນແປຢ່າງສັບສົນ, ເກີດກໍລະນີຮ້າຍແຮງ ແລະ ຍາກທີ່ຈະຄາດຄະເນລ່ວງໜ້າໄດ້, ຫຼາຍທ້ອງຖິ່ນໄດ້ເກີດບັນດາກໍລະນີຕິດເຊື້ອພະຍາດໂຄວິດ-19 ໃນຊຸມຊົນ. ພ້ອມກັນນັ້ນ, ລັດຖະບານ ກໍ່ໄດ້ປຶກສາຫາລືກ່ຽວກັບວຽກງານກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XV ແລະສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2021-2026, ຮັບປະກັນການຈັດຕັ້ງເຫດການການເມືອງທີ່ສຳຄັນທີ່ຈະດຳເນີນໃນເດືອນນີ້ໃຫ້ປະສົບຜົນສຳເລັດ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ:

ບັນດາອົງການລັດຖະບານຕ້ອງສຸມໃສ່ຂົງເຂດຄຸ້ມຄອງລັດ, ເພີ່ມທະວີການຕິດຕາມກວດກາ, ແກ້ໄຂບັນດາບັນຫາໂດຍພຶດຕິກຳຕົວຈິງວາງອອກ. ບັນດາກະຊວງ, ຂະແໜງການຕ້ອງສົມທົບກັນແກ້ໄຂກົນໄກ, ນະໂຍບາຍ, ສ້າງເຄື່ອງມືເພື່ອເພີ່ມທະວີການຕິດຕາມກວດກາ.

ແລະກໍ່ໃນກອງປະຊຸມ, ລັດຖະບານໄດ້ຮັບຟັງ ແລະປຶກສາຫາລືກ່ຽວກັບສະພາບການເສດຖະກິດ-ສັງຄົມ ເດືອນເມສາ, 4 ເດືອນຕົ້ນປີ 2021 ແລະ ບາງເນື້ອໃນສຳຄັນອື່ນໆ.

ແຫຼ່ງຄັດຈາກ: vovworld.vn