leftcenterrightdel
ຜູ້ຕາງໜ້າບັນດາປະເທດສະມາຊິກ ສະພາຄວາມໝັ້ນຄົງ ສປຊ ເຂົ້າຮ່ວມກອງປະຊຸມ. ພາບ: ສໍານັກຂ່າວສານຫວຽດນາມ.

ຢູ່ທີ່ນີ້, ຫວຽດນາມ ຢັ້ງຢືນສະໜັບສະໜູນຍຸດທະສາດຂອງ ສປຊ ເພື່ອແນໃສ່ໜູນຊ່ວຍຄວາມໝັ້ນຄົງ ແລະພັດທະນາແບບຍືນຍົງຢູ່ເຂດນີ້. ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈໍາ ສປຊ ເປັນປະທານກອງປະຊຸມດັ່ງກ່າວໃນຖານະເປັນປະທານໝູນວຽນຂອງສະພາຄວາມໝັ້ນຄົງ ເດືອນເມສາ 2021.

ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ ຊົມເຊີຍຄວາມມານະພະຍາຍາມເພີ່ມທະວີຄວາມສາມັກຄີ ແລະການຮ່ວມມືຂອງບັນດາປະເທດຢູ່ເຂດບັນດາໜອງໃຫຍ່, ພ້ອມທັງແບ່ງປັນຄວາມວິຕົກກັງວົນລວມຂອງສະພາຄວາມໝັ້ນຄົງ ຕໍ່ສະພາບການຂາດສະຖຽນລະພາບຄວາມໝັ້ນຄົງ ແລະສະພາບມະນຸດສະທໍາທີ່ຫຍຸ້ງຍາກ. ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ ເນັ້ນໜັກເຖິງ 3 ຈຸດສຸມຕົ້ນຕໍເພື່ອແນໃສ່ຮັບປະກັນແຫ່ງສັນຕິພາບ ແລະພັດທະນາແບບຍືນຍົງໃຫ້ແກ່ເຂດດັ່ງກ່າວ, ລວມມີ: ສືບຕໍ່ຍູ້ແຮງການຮ່ວມມືໃນເຂດ, ຊຸກຍູ້ການແກ້ໄຂສາເຫດຂອງການປະທະກັນ ແລະເພີ່ມທະວີການໜູນຊ່ວຍຂອງປະຊາຄົມສາກົນ.

ໂດຍ: ທູຈາງ