ທ່ານ ເຈິ່ນລຶວກວາງ ໄດ້ອວຍພອນໃຫ້ພະນັກງານ, ພາລະກອນຢູ່ສະຖານກົງສູນໃຫຍ່ພ້ອມກັບປະຊາຊົນລາວທຸກຖ້ວນໜ້າເນື່ອງໃນໂອກາດບຸນປີໃໝ່; ພ້ອມທັງສະແດງຄວາມປິຕິຊົມຊື່ນຕໍ່ສາຍພົວພັນມິດຕະພາບ, ການຮ່ວມມື, ຄວາມສາມັກຄີແບບພິເສດລະຫວ່າງນະຄອນໂຮ່ຈີມິນ ແລະລາວ ເວົ້າລວມ, ລະຫວ່າງນະຄອນໂຮ່ຈີມິນ ແລະບັນດາທ້ອງຖິ່ນຂອງລາວ ເວົ້າສະເພາະ ທີ່ພວມພັດທະນາຢ່າງຕັ້ງໜ້າ, ປະກອບສ່ວນເຮັດໃຫ້ຄວາມສາມັກຄີແບບພິເສດ, ຄວາມສັດຊື່ບໍລິສຸດລະຫວ່າງຫວຽດນາມ ແລະລາວ ເລິກເຊິ່ງກວ່າອີກ.

leftcenterrightdel
ທ່ານ ເຈິ່ນລຶວກວາງ ຮອງເລຂາຜູ້ປະຈໍາການຄະນະພັກນະຄອນໂຮ່ຈີມິນ ອວຍພອນທ່ານນາງ ພິມພາ ແກ້ວມີໄຊ ຫົວໜ້າສະຖານກົງສູນໃຫຍ່ລາວ ປະຈໍາ ນະຄອນໂຮ່ຈີມິນ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານນາງ ພິມພາ ແກ້ວມີໄຊ ຫົວໜ້າສະຖານກົງສູນໃຫຍ່ລາວ ປະຈໍາ ນະຄອນໂຮ່ຈີມິນ ສະແດງຄວາມຂອບໃຈຕໍ່ການໜູນຊ່ວຍຢ່າງສຸດຈິດສຸດໃຈ, ມີປະສິດທິຜົນຂອງລັດຖະບານ ແລະປະຊາຊົນຫວຽດນາມ ທີ່ມີຕໍ່ລັດຖະບານ ແລະປະຊາຊົນລາວ ໃນກິດຈະການສ້າງສາ ແລະພັດທະນາປະເທດຊາດ. ທ່ານນາງ ພິມພາ ແກ້ວມີໄຊ ກໍ່ຂອບໃຈຕໍ່ຄວາມເອົາໃຈໃສ່, ໜູນຊ່ວຍຂອງນະຄອນໂຮ່ຈີມິນ ທີ່ມີຕໍ່ສະຖານກົງສູນໃຫຍ່ລາວ ໃນໄລຍະຜ່ານມາ ແລະຫວັງວ່າຈະສືບຕໍ່ໄດ້ຮັບການຮ່ວມມື, ຊ່ວຍເຫຼືອຂອງນະຄອນໃນໄລຍະຈະມາເຖິງຕື່ມອີກ.

ໃນຕອນຄໍ່າວັນດຽວກັນ, ຄະນະຊາວໜຸ່ມນະຄອນໂຮ່ຈີມິນ ໄດ້ຈັດຕັ້ງລາຍການການນໍານະຄອນພົບປະກັບນັກສຶກສາລາວ ແລະກໍາປູເຈຍ ທີ່ພວມຮໍ່າຮຽນຢູ່ນະຄອນເນື່ອງໃນໂອກາດບຸນປີໃໝ່ລາວ ແລະ Chol Chnam Thmay ຂອງກໍາປູເຈຍ.

leftcenterrightdel
ລາຍການສະແດງສິລະປະທີ່ເປັນເອກະລັກສະເພາະທີ່ລາຍການ. ພາບ: ຮຸ່ງຄວາ.

ກ່າວຄໍາເຫັນທີ່ລາຍການ, ທ່ານ ຫງວຽນໂຮ່ຫ໋າຍ ຮອງເລຂາພັກນະຄອນໂຮ່ຈີມິນ ເນັ້ນໜັກວ່າ: “ການນໍານະຄອນໂຮ່ຈີມິນ ຍາມໃດກໍ່ຕິດຕາມ, ເອົາໃຈໃສ່ຢ່າງເລິກເຊິ່ງເຖິງນັກສຶກສາລາວ ແລະກໍາປູເຈຍ ທີ່ພວມຮໍ່າຮຽນ, ດໍາລົງຊີວິດໃນບໍລິເວນ. ບັນດາກິດຈະກໍາດັ່ງກ່າວແມ່ນປະຖົມປັດໄຈປະກອບສ່ວນຊ່ວຍໃຫ້ນັກສຶກສາລຸ້ນຕ່າງໆຊອກຮູ້ກ່ຽວກັບມູນເຊື້ອວັດທະນະທໍາຂອງແຕ່ລະປະເທດ, ປະຫວັດສາດການພົວພັນອັນດີງາມ, ນໍ້າໃຈສາມັກຄີ, ມິດຕະພາບລະຫວ່າງສາມປະເທດ, ກ່ຽວກັບຂະບວນການຊາວໜຸ່ມນະຄອນໂຮ່ຈີມິນ. ເນື່ອງໃນໂອກາດບຸນປີໃໝ່ລາວ ແລະ Chol Chnam Thmay ຂອງກໍາປູເຈຍ, ຄະນະຊາວໜຸ່ມນະຄອນໂຮ່ຈີມິນ ຂໍສົ່ງຄໍາອວຍພອນປີໃໝ່ເຖິງນັກສຶກສາລາວ ແລະກໍາປູເຈຍ, ອວຍພອນໃຫ້ທຸກຄົນຕ້ອນຮັບປີໃໝ່ຢ່າງອົບອຸ່ນ ແລະມີຄວາມຜາສຸກ”.

ໂດຍ: ເຈິ່ນຮວ່ຽນ