ທ່ານ Miguel Diaz-Canel ປະທານປະເທດກູບາ ໄດ້ສົ່ງສານຊົມເຊີຍເຖິງທ່ານ ຫງວຽນຊວນຟຸກ ປະທານປະເທດ ແຫ່ງ ສສ ຫວຽດນາມ. ໃນສານຊົມເຊີຍມີຕອນຂຽນວ່າ: “ໃນນາມລັດຖະບານ ແລະປະຊາຊົນກູບາ, ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍອັນອົບອຸ່ນ ແລະອວຍພອນໄຊອັນປະເສີດມາຍັງສະຫາຍ  ເນື່ອງໃນໂອກາດສະຫາຍ ໄດ້ຮັບເລືອກຕັ້ງໃຫ້ດໍາລົງຕໍາແໜ່ງເປັນປະທານປະເທດ ແຫ່ງ ສສ ຫວຽດນາມ, ປະເທດ ເຊິ່ງ ພວກຂ້າພະເຈົ້າ ໄດ້ສະໜິດຕິດພັນດ້ວຍນໍ້າໃຈໄມຕີຈິດມິດຕະພາບອັນລໍ້າຄ່າ. ເນື່ອງໃນໂອກາດນີ້, ຂ້າພະເຈົ້າ ຢັ້ງຢືນຄວາມປາດຖະໜາຢາກສືບຕໍ່ເພີ່ມທະວີການພົວພັນສອງຝ່າຍກວ່າອີກ, ບົນພື້ນຖານການສະໜັບສະໜູນທີ່ປາສະຈາກເງື່ອນໄຂ, ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ ເຊິ່ງກັນ ແລະກັນ ແລະຄວາມສາມັກຄີທີ່ເປັນເອກະລັກສະເພາະໃຫ້ແກ່ການພົວພັນລະຫວ່າງສອງປະເທດພວກເຮົາ”.

leftcenterrightdel
ທ່ານ ຫງວຽນຊວນຟຸກ ປະທານປະເທດແຫ່ງ ສສ ຫວຽດນາມ ຂຶ້ນປະຕິຍານຕົນຮັບຕໍາແໜ່ງ. ພາບ: ສໍານັກຂ່າວສານຫວຽດນາມ.

ພະບາດສົມເດັດພະບໍລົມມະນຽດແຫ່ງລັດ ກາຕາ Sheikh Tamim Bin Hamad Al-Thani, ຮອງພະບາດສົມເດັດພະບໍລົມມະນຽດແຫ່ງລັດ ກາຕາ Sheikh Abdullah Bin Hamad Bin Khalifa Al-Thani; ທ່ານ Milos Zeman ປະທານາທິບໍດີ ເຊັກໂກ; ທ່ານ Ibrahim Mohamed Solih ປະທານາທິບໍດີ Maldives; ທ່ານ Lim Jock Hoi ເລຂາທິການໃຫຍ່ອາຊຽນ ກໍໄດ້ສົ່ງສານຊົມເຊີຍເຖິງທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ.

ທ່ານ Manuel Marrero Cruz ນາຍົກລັດຖະມົນຕີກູບາ ໄດ້ສົ່ງສານຊົມເຊີຍເຖິງທ່ານ ຟ້າມມິງຈີ້ງ ນາຍົກລັດຖະມົນຕີແຫ່ງ ສສ ຫວຽດນາມ. ທ່ານນາຍົກລັດຖະມົນຕີ ກູບາ ຢັ້ງຢືນວ່າ “ປາດຖະໜາຢາກປັບປຸງການພົວພັນລະຫວ່າງສອງປະເທດ ກໍຄືພັດທະນາບັນດາໂຄງການໃນອະນາຄົດໃນທຸກຂົງເຂດ ເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ”.

ທ່ານ Sheikh Khalid Bin Khalifa Bin Abdulaziz Al-Thani ນາຍົກລັດຖະມົນຕີທັງເປັນລັດຖະມົນຕີກະຊວງພາຍໃນແຫ່ງລັດ ກາຕາ; ທ່ານ Andrej Babis ນາຍົກລັດຖະມົນຕີ ເຊັກໂກ; ທ່ານ Ibrahim Mohamed Solih ປະທານາທິບໍດີ Maldives; ທ່ານ Lim Jock Hoi ເລຂາທິການໃຫຍ່ອາຊຽນ ກໍໄດ້ສົ່ງສານຊົມເຊີຍເຖິງທ່ານ ຟ້າມມິງຈິ້ງ ນາຍົກລັດຖະມົນຕີຫວຽດນາມ.

ທ່ານ Esteban Lazo Hernandez ປະທານສະພາແຫ່ງຊາດ ກູບາ ໄດ້ສົ່ງສານຊົມເຊີຍເຖິງທ່ານ ເວືອງດິ່ງເຫວ້ ປະທານສະພາແຫ່ງຊາດຫວຽດນາມ. ໃນສານມີຕອນຂຽນວ່າ: “ການພົວພັນທີ່ມີລັກສະນະປະຫວັດສາດລະຫວ່າງກູບາ ແລະຫວຽດນາມ ແມ່ນສັນຍາລັກທີ່ຍອດຢ້ຽມກ່ຽວກັບນໍ້າໃຈໄມຕີຈິດມິດຕະພາບ, ຄວາມສາມັກຄີ ແລະການຮ່ວມມືທີ່ສະໜິດຕິດພັນໃນການພົວພັນສາກົນ, ສະແດງໃຫ້ເຫັນເຈດຈໍານົງ ແລະຄວາມມຸ່ງມາດປາດຖະໜາຂອງສອງຊາດ ກູບາ ແລະຫວຽດນາມ. ຂ້າພະເຈົ້າ ເຊື່ອໝັ້ນວ່າການພົວພັນມິດຕະພາບ ແລະການຮ່ວມມືທີ່ເປັນມູນເຊື້ອລະຫວ່າງສະພາແຫ່ງຊາດສອງປະເທດ ເວົ້າສະເພາະ ແລະລະຫວ່າງສອງປະເທດເວົ້າລວມ ຈະນັບມື້ໄດ້ຮັບການຍູ້ແຮງໃນໄລຍະຈະມາເຖິງ”.

ສ່ວນທ່ານນາງ Valentina Matviyenko ປະທານສະພາສະຫະພັນລັດເຊຍ ກໍໄດ້ສົ່ງສານຊົມເຊີຍເຖິງທ່ານ ເວືອງດິ່ງເຫວ້ ປະທານສະພາແຫ່ງຊາດຫວຽດນາມ. ໃນສານຊົມເຊີຍ, ທ່ານນາງປະທານສະພາສະຫະພັນລັດເຊຍ Valentina Matviyenko ຕີລາຄາວ່າ ດ້ວຍປະສົບການໃນຫຼາຍປີທີ່ດໍາລົງຕໍາແໜ່ງຕ່່າງໆ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ຈະປະຕິບັດສໍາເລັດໜ້າທີ່ໃນຖານະຕຳແໜ່ງໃໝ່ຂອງຕົນ;  ທ່ານນາງ Valentina Matviyenko ເນັ້ນໜັກວ່າ ສະພາສະຫະພັນລັດເຊຍ ຂອບໃຈທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫວ້ ທີ່ໄດ້ສະໜັບສະໜູນການພັດທະນາການພົວພັນຮ່ວມມືລະຫວ່າງສອງປະເທດ ແລະເຊື່ອໝັ້ນວ່າການຮ່ວມມືລວມລະຫວ່າງສະພາແຫ່ງຊາດສອງຝ່າຍໃນຫຼາຍປີຜ່ານມາໄດ້ເປັນພື້ນຖານອັນໝັ້ນແກ່ນໃຫ້ແກ່ການພັດທະນາການພົວພັນສອງຝ່າຍ, ກໍຄືການສົມທົບກັນລະຫວ່າງສອງປະເທດຢູ່ເວທີປາໄສສາກົນ, ປະກອບສ່ວນປັບປຸງສະຖຽນລະພາບ ແລະຄວາມໝັ້ນຄົງຢູ່ພາກພື້ນອາຊີ-ປາຊີຟິກ. 

ໂດຍ: ໄຊຊະນະ