ທີ່ພິທີ, ທ່ານ ຫງວຽນແທັງລອງ ລັດຖະມົນຕີກະຊວງສາທາລະນະສຸກ ໄດ້ມອບຂໍ້ຕົກລົງຮັບຮອງ ແລະມອບໜ້າທີ່ແມ່ນໂຮງໝໍປາຍທາງດ້ານວິຊາສະເພາະເຕັກນິກໃນການກວດ, ປິ່ນປົວພະຍາດຢູ່ເຂດຕອນເໜືອພາກກາງໃຫ້ແກ່ໂຮງໝໍມິດຕະພາບຫຼາຍຂະແໜງແຂວງເງະອານ. ຕາມທ່ານ ຫງວຽນແທັງລອງ ແລ້ວ, ເພື່ອບັນລຸໄດ້ໝາກຜົນດັ່ງກ່າວຮຽກຮ້ອງຕ້ອງມີຄວາມມານະພະຍາຍາມຢ່າງຫຼວງຫຼາຍທີ່ສຸດຂອງຄະນະພັກ, ຄະນະອຳນວຍການໂຮງໝໍ, ແພດໝໍ, ພະນັກງານ ແລະຜູ້ອອກແຮງງານຂອງໂຮງໝໍ, ພ້ອມກັບຄວາມເອົາໃຈໃສ່, ຊີ້ນຳຢ່າງໃກ້ຊິດຂອງການນຳພັກແຂວງ, ສະພາປະຊາຊົນ, ຄະນະກຳມະການປະຊາຊົນ ແລະພະແນກສາທາລະນະສຸກແຂວງເງະອານ. ທ່ານ ຫງວຽນແທັງລອງ ຢືນຢັນວ່າ ຖ້າ “ໂຮງໝໍມິດຕະພາບຫຼາຍຂະແໜງແຂວງເງະອານ ກາຍເປັນໂຮງໝໍປາຍທາງດ້ານວິຊາສະເພາະເຕັກນິກໃນການກວດ, ປິ່ນປົວພະຍາດເຂດຕອນເໜືອພາກກາງນັ້ນ ຈະສວມບົດບາດສຳຄັນໃນການພັດທະນາຂອງຂະແໜງສາທາລະນະສຸກແຂວງເງະອານ ເວົ້າສະເພາະ ແລະເຂດຕອນເໜືອພາກກາງເວົ້າລວມ, ໃນນັ້ນຄຸນນະພາບການບໍລິການກວດ, ປິ່ນປົວພະຍາດຈະໄດ້ຍົກສູງຂຶ້ນ, ຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການກວດ, ປິ່ນປົວພະຍາດໃຫ້ປະຊາຊົນຢູ່ບໍລິເວນແຂວງເງະອານ,  ແຂວງອ້ອມຂ້າງ ແລະປະເທດເພື່ອນລາວໄດ້ດີກວ່າ”.

leftcenterrightdel
ທ່ານ ເວືອງດິ່ງເຫວ້ ປະທານສະພາແຫ່ງຊາດຫວຽດນາມ ມອບເຄື່ອງຊ່ວຍຫາຍໃຈ 2 ໜ່ວຍໃຫ້ໂຮງໝໍມິດຕະພາບຫຼາຍຂະແໜງເງະອານ. ພາບ: ສຳນັກຂ່າວສານຫວຽດນາມ.

ເນື່ອງໃນໂອກາດນີ້, ທ່ານ ເວືອງດິ່ງເຫວ້ ປະທານສະພາແຫ່ງຊາດໄດ້ມອບເຄື່ອງຊ່ວຍຫາຍໃຈ 2 ເຄື່ອງໃຫ້ໂຮງໝໍມິດຕະພາບຫຼາຍຂະແໜງແຂວງເງະອານ; ທ່ານ ຫງວຽນແທັງລອງ ກໍ່ມອບເຄື່ອງຊ່ວຍຫາຍໃຈ 1 ເຄື່ອງໃຫ້ໂຮງໝໍຫຼັງດັ່ງກ່າວ.

ໂດຍ: ແສງເດືອນ