ທ່ານ ເລຮ່ວາຍຈູງ ຕ້ອນຮັບຄະນະຜູ້ແທນພັກ RHDP ມາຢ້ຽມຢາມຫວຽດນາມ ເປັນຄັ້ງທຳອິດ ເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະດ້ຽນບຽນຝູ; ໄດ້ສົ່ງຄຳຢື້ຢາມຖາມຂ່າວ, ນ້ຳໃຈສາມັກຄີ, ມິດຕະພາບຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ເຖິງປະທານພັກ RHDP, ປະທານາທິບໍດີ ໂກດດີວົວ Alassane Ouattara; ຊົມເຊີຍຜົນສຳເລັດທີ່ໂກດດີວົວ ບັນລຸໄດ້ໃນໄລຍະຜ່ານມາໃນການຮັກສາສະພາບແວດລ້ອມທີ່ສັນຕິພາບ, ສະຖຽນລະພາບ, ເປັນໜຶ່ງໃນບັນດາພື້ນຖານເສດຖະກິດເຕີບໂຕໄວທີ່ສຸດໃນໂລກ; ຢືນຢັນວ່າ ຫວຽດນາມ ຖືເປັນສຳຄັນການພົວພັນມິດຕະພາບ, ການຮ່ວມມືກັບພັກ RHDP ແລະ ໂກດດີວົວ; ພ້ອມທັງມີການແລກປ່ຽນບາງການກໍານົດທິດໃຫຍ່ເພື່ອພັດທະນາການພົວພັນລະຫວ່າງສອງພັກ, ສອງລັດໃນຂົງເຂດຕ່າງໆ.

leftcenterrightdel
ທ່ານ ເລຮ່ວາຍຈູງ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ  ຕ້ອນຮັບທ່ານ Sahy Claude Soumahoro, ກຳມະການຄະນະປະຈຳ, ຮອງເລຂາຮັບຜິດຊອບວຽກງານສື່ສານ ແລະການຕ່າງປະເທດຂອງພັກ RHDP. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານ Soumahoro ຕີລາຄາສູງຕໍ່ການປະກອບສ່ວນສຳຄັນຂອງໄຊຊະນະ ດ້ຽນບຽນຝູ ໃຫ້ແກ່ຂະບວນການປົດປ່ອຍຊາດໃນໂລກ ແລະຢູ່ອາຟຼິກາ; ສະແດງຄວາມຊົມເຊີຍຕໍ່ບັນດາຜົນງານອັນໃຫຍ່ຫຼວງ, ມີຄວາມໝາຍປະຫວັດສາດທີ່ຫວຽດນາມ ບັນລຸໄດ້ພາຍຫຼັງເກືອບ 40 ປີແຫ່ງການປ່ຽນແປງໃໝ່ພາຍໃຕ້ການນຳພາຂອງພັກກອມມູນິດຫວຽດນາມ, ໂດຍທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ນຳໜ້າ. ທ່ານ Soumahoro ເນັ້ນໜັກວ່າ, ພັກ RHDP ແລະ ໂກດດີວົວ ປາດຖະໜາຢາກຊຸກຍູ້ການພົວພັນກັບພັກ, ລັດຫວຽດນາມ ຜ່ານການເຄື່ອນໄຫວແບ່ງປັນ, ຖອດຖອນບົດຮຽນໃນວຽກງານກໍ່ສ້າງພັກ, ພັດທະນາປະເທດຊາດ, ເຮັດໃຫ້ການພົວພັນມິດຕະພາບ, ການຮ່ວມມືທີ່ເປັນມູນເຊື້ອລະຫວ່າງສອງຝ່າຍໃຫ້ເລິກເຊິ່ງກ່ວາອີກ, ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ.

ໂດຍ: ຈາງຫງວຽນ